

ໃນວັນທີ 30 ກັນຍາ 2022 ທີ່ສະພາແຫ່ງຊາດ, ກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານສະມາຊິກສະພາແຫ່ງຊາດ ງວດ III ແລະ ວາງແຜນການ ງວດ IV ຂອງກຳມາທິການ ໂດຍການເປັນປະທານຂອງທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ເຂົ້າຮ່ວມໂດຍທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນຳວຽກງານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານວິຊາການພາຍໃນກຳມາທິການ.

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກທ່ານ ຄຳໃບ ດຳລັດ ເຊິ່ງທ່ານໄດ້ເນັ້ນວ່າ: ໃຫ້ພາກສ່ວນທີ່ກ່ຽວຂ້ອງ ສູ້ຊົນປະຕິບັດໄປຕາມວຽກງານຈຸດສຸມທີ່ວາງໄວ້ ໂດຍສະເພາະການດຳເນີນກອງປະຊຸມຄະນະປະຈຳສະພາແຫ່ງຊາດ ໃນແຕ່ລະເດືອນ ເພື່ອຮັບປະກັນການເຂົ້າຮ່ວມ ແລະ ເຮັດໃຫ້ການພິຈາລະນາບັນຫາສຳຄັນຕ່າງໆ ໃຫ້ມີປະສິດທິຜົນ ແລະ ຜັນຂະຫຍາຍແຜນວຽກຈຸດສຸມ ຂອງຄະນະປະຈຳສະພາແຫ່ງຊາດ ອອກເປັນແຜນການ ພ້ອມທັງຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ, ໃນນັ້ນ ຕ້ອງຮີບຮ້ອນກຳນົດແຜນລະອຽດ ກ່ຽວກັບການຕິດຕາມກວດກາ ໂດຍກຳນົດຢ່າງມີຈຸດສຸມ, ການກະກຽມເນື້ອໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ທັນເວລາ ແລະ ມີຄຸນນະພາບ, ເອົາໃຈໃສ່ປະສານສົມທົບ, ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຂອງອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ເພື່ອເຮັດໃຫ້ການປະຕິບັດວຽກງານຈຸດສຸມ ຂອງຄະນະປະຈຳສະພາແຫ່ງຊາດ ໃຫ້ມີປະສິດທິຜົນຂຶ້ນເລື້ອຍໆ.

(ພາບ ແລະ ຂ່າວ: ອານຸສອນ ພູມມີທອນ)