loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະຫາຍຮອງເລຂາພັກແຂວງ ອັດຕະປື ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານ ກວດກາທົ່ວແຂວງ ປະຈໍາປີ 2021.

ມ.ຖ. 10, 2022 | ເຂດ 17 ອັດ​ຕະ​ປື


ໃນວັນທີ 2 ມີນາ 2022 ນີ້. ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ (ສພຂ) ອັດຕະປື. ສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານ ສພຂ. ໄດ້ເຂົ້າຮ່ວມ ແລະ ມີຄຳເຫັນໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານ ກວດກາທົ່ວແຂວງ 5 ປີ (2016-2020), ປະຈໍາປີ 2021 ແລະ ວາງທິດທາງແຜນການ ປີ 2022 ເຊິ່ງທ່ານໄດ້ກ່າວວ່າ:

ໃນໄລຍະທີ່​ຜ່ານ​ມາ ຄະນະ​ພັກ, ອໍານາດ​ການ​ປົກຄອງ ​ແລະ ຄະນະ​ກວດກາ​ແຕ່ລະ​ຂັ້ນ ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ​ຫຼາຍ​ກວ່າ​ເກົ່າ ແລະ​ ເຫັນໄດ້ຜົນສຳເລັດຫລາຍໆດ້ານ,​ເພື່ອເປັນທິດທາງ ແລະ ສືບຕໍ່ປະຕິບັດ​ວຽກ​ງານໃນຕໍ່ໜ້າຄວນເອົາໃຈໃສ່ຢູ່ຫລາຍບັນຫາເປັນຕົ້ນ: ພ້ອມ​ກັນ​ສືບ​ຕໍ່ຄົ້ນຄວ້າ​, ​ເຊື່ອມ​ຊຶມ, ກໍາ​ແໜ້ນ ​ແລະ ຈັດ​ຕັ້ງ​ປະຕິ ບັດ​ເນື້ອ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ມະຕິກອງປະຊຸມໃຫຍ່ ຄັ້ງ​ທີ XI ຂອງແຂວງ ບັນດາ​ມະຕິ-ຄໍາ​ສັ່ງ, ຂໍ້​ກໍານົດ​ຕ່າ​ງໆ​ຂອງ​ພັກ, ກົດໝາຍ, ດໍາ​ລັດ ​ແລະ ລະບຽບ​ການ​ຂອງ​ລັດ ​ເວົ້າ​ລວມ, ​ໂດຍ​ສະ​ເພາະ​ແມ່ນ ມະຕິ – ຄໍາ​ສັ່ງ ​ແລະ ນິຕິ​ກໍາ​ຕ່າງໆ ກ່ຽວ​ກັບ​ວຽກ​ງານ​ຕິດຕາມ – ກວດກາ, ສະກັດ​ກັ້ນ​​ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ຕິດຕາມ-ກວດກາ ການ​ປະຕິບັດ​ກົດ​ລະບຽບ​ຂອງ​ພັກ, ກວດກາ​ການ​ປະຕິບັດ​ບັນດາ​ຄໍາ​ສັ່ງ ​ແລະ ຂໍ້​ກໍານົດ​ຕ່າງໆ​ທີ່ກ່ຽວ​ກັບ​ວຽກ​ງານ​ປັບປຸງ​ກໍ່ສ້າງ​ພັກ, ການ​ປັບປຸງ​ແບບ​ແຜນ​ນໍາພາ ​ແລະ ວິທີ​ເຮັດ​ວຽກ​ຂອງ​ຄະນະ​ພັກ​ແຕ່ລະ​ຂັ້ນ; ຕິດຕາມ-ກວດກາ​ຄຸນ​ທາດ​ການ​ເມືອງ, ຄຸນສົມ​ບັດ​ສິນ​ທໍາ​ປະຕິວັດ​ຂອງ​ສະມາ​ຊິກ​ພັກ, ຕິດຕາມແບບແຜນການດຳລົງຊີວິດຂອງສະມາຊິກພັກ-ພະນັກງານ, ກໍາ​ສະພາບ​ພະນັກງານ​ການ​ນໍາ ​ແລະ ສະມາຊິກ​ພັກ​ໃຫ້​ແໜ້ນ, ເອົາໃຈໃສ່​ດໍາ​ເນີນ​ຊີວິດ​ການ​ເມືອງ​ພາຍໃນ​ພັກ, ການ​ລົງ​ເລິກ ​ແລະ ​ແກ້​ໄຂ​ສະພາບ​ຫຍໍ້​ທໍ້​ຕ່າງໆ ​ໃນ​ຄະນະ​ພັກ ​ແລະ ສະມາຊິກ​ພັກ; ຕິດຕາມ-ກວດກາ​ການ​ຄຸ້ມ​ຄອງ​ລາຍ​ຈ່າຍ ຂອງ​ພະແນກການ​-ອົງການ ​ແລະ ເມືອງ ລວມທັງ​ການ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກ​ໃຫ້​ປະຊາຊົນ​ທີ່​ປະສົບ​ໄພ​ພິບັດຕ່າງໆ, ກອງ​ທຶນ​ພັດທະນາ​ຊົນນະບົດ ​ແລະ ລົບ​ລ້າງ​ຄວາມທຸກ​ຍາກ ຂອງ​ປະຊາຊົນ ບໍ່​ໃຫ້​ມີ​ສະພາບ​ຮົ່ວ​ໄຫຼ ຫຼື ຈ່າຍ​ເກີນ​ແຜນ, ຈ່າຍ​ບໍ່​ຖືກ​ເປົ້າ​ໝາຍ ​ແລະ ບໍ່​ແທດ​ຕົວ​ຈິງ, ຮັບປະກັນ​ປະຕິບັດ​ນະ​ໂຍບາຍ​ປະຢັດ​ແຫ່ງ​ຊາດ; ສືບຕໍ່ປະຕິບັດ​ມາດ​ຕະການ​ກວດກາ​ເລີ່​ມ​ແຕ່​ຫົວທີ ຕໍ່​ການ​ປະຕິບັດ​ໂຄງການ​ລົງທຶນ​ຂອງ​ລັດ​ເຊັ່ນ: ​ໂຄງ ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ປີ 2022 ​ເລີ່​ມ​ແຕ່​ການ​ປະມູນ, ການຈັດ​ຊື້-ຈັດ​ຈ້າງ ​ແລະ ຕະຫຼອດ​ໄລຍະ​ເວລາ​ຂອງ​ການ​ປະຕິບັດ​ໂຄງການ ​ໃຫ້​ດໍາ​ເນີນ​ໄປ​ຖືກຕ້ອງ​ຕາມ​ສັນຍາ ​ແລະ ລະບຽບ​ກົດໝາຍ; ຕິດຕາມ, ກວດກາການຄຸ້ມຄອງ-ນຳໃຊ້ຊັບພະຍາກອນທຳມະຊາດ ແລະ ທ່າແຮງບົ່ມຊ້ອນຂອງ ແຂວງເຊັ່ນ: ທີ່ດິນ, ປ່າໄມ້, ແຮ່ທາດ, ການບໍລິການ ແລະ ການຈັດຕັ້ງປະຕິບັດ 4 ວາລະໃຫຍ່ຂອງແຂວງຂອງບັນດາພະແນກການກ່ຽວຂ້ອງໃນທົ່ວແຂວງ; ຕິດຕາມ-ກວດກາ​ການ​ສໍາ​ຫຼວດ-ຂຸດ​ຄົ້ນ​ແຮ່​ທາດ, ຄຸ້ມ​ຄອງ​ສະພາບ​ແວດ​ລ້ອມ, ການ​ຄຸ້ມ​ຄອງ​ນໍາ​ໃຊ້​ທີ່​ດິນ, ການ​ໃຫ້​ເຊົ່າ ​ແລະ ການ​ໃຫ້​ສໍາ​ປະທານ, ການ​ປະຕິບັດນະ​ໂຍບາຍ​ນໍາ​ໃຊ້​ທີ່​ດິນ​ຂອງ​ລັດ, ການ​ເກັບ​ພາສີ​ທີ່​ດິນ; ການ​ຄຸ້ມ​ຄອງ​ຊື້​-ຂາຍ, ​ໃຫ້​ເຊົ່າ​ຊັບ​ສິນ​ຕ່າງໆ​ຂອງ​ລັດ; ເພີ່ມ​ທະວີ​ການ​ນໍາ​ຂອງ​ຄະນະ​ພັກ ​ແລະ ການ​ນໍາ​ແຕ່ລະ​ຂັ້ນ ຕໍ່​ວຽກ​ງານ​ຕິດຕາມ-ກວດກາ, ວຽກ​ງານ​ສະກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ດ້ວຍ​ຫຼາຍ​ວິທີ ​ໂດຍ​ຖື​ເອົາ​ການ​ຕິດຕາມ-ກວດກາ ​ເປັນ​ປົກກະຕິ​ເລີ່​ມ​ແຕ່​ຫົວ​ທີ ​ເປັນ​ວິທີ​ການ​ຕົ້ນຕໍ; ສິ່ງ​ສໍາຄັນ ບັນຫາ​ເກີດ​ຂື້ນ​ຢູ່​ບ່ອນ​ໃດ ​ແມ່ນ​ຄະນະ​ພັກ ​ແລະ ການ​ນໍາ​ຢູ່​ບ່ອນ​ນັ້ນ ຕ້ອງ​ເປັນ​ຜູ້​ຮັບຜິດຊອບ, ​ເມື່ອ​ກວດກາ​ແລ້ວ ຕ້ອງ​ແກ້​ໄຂ​ຜົນຂອງ​ການ​ກວດກາ​ຢ່າງ​ຂາດ​ຕົວ ​ແລະ ທັນ​ເວລາ ຊຶ່ງ​ອັນ​ນີ້ ​ແມ່ນ​ຄວາມ​ຮັບຜິດຊອບ​ໂດຍ​ກົງ ຂອງ​ຄະນະ​ພັກ ​ແລະ ອົງການ​ຈັດຕັ້ງ​ຂັ້ນນັ້ນ, ສືບ​ຕໍ່​ກວດກາ​ຕາມ​ຜົນ​ການ​ກວດກາ​ສອບທີ່​ອົງການ​ກວດ​ສອບສະ​ເໜີ ​ແລະ ຕາມ​ການ​ຮັບຮອງ​ຂອງ​ສະພາ​ແຫ່ງ​ຊາດ,ສະພາປະຊາຊົນຂັ້ນແຂວງ.
(ພາບ-ຂ່າວ:ວິນັດ​ ສພຂ)