(ສພຊ) – ເມື່ອວັນທີ 18 ກຸມພາຜ່ານມາ, ສະຫະພັນແມ່ຍິງສະພາແຫ່ງຊາດ (ສພຊ), ຄອບຄົວການນໍາຂັ້ນສູງ ແລະ ຄະນະກອງທຶນຊ່ວຍເຫຼືອສັງຄົມຂອງ ສພຊ ນໍາພາໂດຍສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະ ທານສະພາແຫ່ງຊາດ, ສະຫາຍ ນາງ ອໍາໄພວອນ ລ້ອມບຸນແພງ ກໍາມະການສໍາຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ແລະ ສະຫາຍ ນາງ ມະນີວັນ ເຍຍປາວເຮີ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງສະພາແຫ່ງຊາດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ກອງພັນໃຫຍ່ 497 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ທີ່ຫາກໍຜ່ານໄປ ເຊິ່ງມີສະຫາຍ ພົຕ. ໄພວັນ ຈັນທະພົມມາ ຄະນະພັກກະຊວງປ້ອງ ກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນກອງທັບ, ສະຫາຍ ພົຈວ. ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ສະຫາຍ ພັອ. ພອນໄຊ ບໍລະດົມ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ 497 ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທົ່ວກອງພັນ ໃຫ້ການຕ້ອນຮັບ.

ສະຫາຍ ພັອ. ພອນໄຊ ບໍລະດົມ ໄດ້ຕາງໜ້າຄະນະພັກ-ຄະນະບັນຊາກອງພັນ ກ່າວສະແດງຄວາມດີໃຈ ແລະ ຕີລາຄາສູງຕໍ່ການນໍາພາຄະນະມາຢ້ຽມຢາມກອງພັນໃຫຍ່ໃນຄັ້ງນີ້ ແລະ ລາຍງານຫຍໍ້ສະພາບການເຄື່ອນໄຫວຂອງກອງພັນໃນໄລຍະຜ່ານມາ ແລະ ໄດ້ສະແດງຄວາມຂອບໃຈແກ່ສະຫາຍຮອງປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນມາຈາກສະພາແຫ່ງຊາດ ທີ່ມີຄວາມເປັນຫ່ວງເປັນໄຍຕໍ່ພະນັກງານ-ນັກຮົບກອງພັນໃຫຍ່ 497 ທີ່ໄດ້ມາມອບເຄື່ອງບໍລິໂພກ ແລະ ເງິນຈຳນວນໜຶ່ງ ໃຫ້ແກ່ກອງພັນໃຫຍ່ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຊຸກຍູ້ພະນັກງານ-ນັກຮົບໃນກົມກອງ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ທັງໃຫ້ຄຳໝັ້ນສັນຍາວ່າ ຈະນໍາເອົາເຄື່ອງຈໍານວນດັ່ງກ່າວ ໄປແຈກຢາຍໃຫ້ພະນັກງານ-ນັກ ຮົບຢ່າງທົ່ວເຖິງ ແລະ ໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ.
ໂອກາດນີ້, ສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ມີການໂອ້ລົມບັນດານາຍ ແລະ ພົນທະຫານຂອງກອງພັນໃຫຍ່ 497 ໂດຍໄດ້ຕີລາຄາສູງຕໍ່ບັນດາຜົນງານ, ຜົນສໍາເລັດຮອບດ້ານຂອງກອງພັນໃຫຍ່ໃນຕະຫຼອດໄລຍະຜ່ານມາ ອັນເປັນການປະກອບສ່ວນສໍາຄັນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ໄດ້ຍ້ອງຍໍຊົມເຊີຍຕໍ່ການປະຕິບັດໜ້າທີ່ຢ່າງຫ້າວຫັນ ສົມເປັນຮົ້ວທີ່ດີຂອງຊາດ; ສະຫາຍຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມອວຍພອນໃຫ້ກອງພັນໃຫຍ່ 497 ຈົ່ງຍາດໄດ້ຜົນສໍາເລັດໃຫຍ່ຫຼວງກວ່າເກົ່າໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງກອງພັນໃຫຍ່. ໃນໂອກາດມາຢ້ຽມຢາມຄັ້ງນີ້, ສະຫາຍຮອງປະທານສະພາແຫ່ງຊາດ ໄດ້ກ່າວມອບເຄື່ອງ ເຊິ່ງລວມມີເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງກິລາ ລວມມູນຄ່າ 50 ລ້ານກີບ ແລະ ເງິນສົດ 50 ລ້ານກີບ.
ຈາກນັ້ນ, ຄະນະໄດ້ຮັບຊົມການສະແດງທາງດ້ານຍຸດທະວິທີວິຊາສະເພາະ ແລະ ການຫັດກາຍມວຍຕ່າງໆຂອງເຫຼົ່າຮົບຕີພິເສດ.
ພາຍຫຼັງສໍາເລັດການຢ້ຽມຢາມກອງພັນໃຫຍ່ 497, ຄະນະຈາກສະພາແຫ່ງຊາດ ຍັງໄດ້ນໍາເອົາເງິນສົດ 50 ລ້ານກີບ ແລະ ເຄື່ອງໃຊ້ຈໍາເປັນຈໍານວນໜຶ່ງ ໄປມອບໃຫ້ໂຮງຮຽນປະຖົມສົມບູນສີບຸນເຮືອງ ບ້ານເກີນ ເມືອງທຸລະຄົມ ແຂວງວຽງ ຈັນ ອີກດ້ວຍ.
ການຢ້ຽມຢາມຄັ້ງນີ້ ເປັນໂອກາດອັນດີໃຫ້ແກ່ເອື້ອຍນ້ອງແມ່ຍິງສະພາແຫ່ງຊາດ ເຫັນໄດ້ການເຄື່ອນໄຫວຂອງກອງພັນໃຫຍ່ 497 ທັງເປັນການສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງສະພາແຫ່ງຊາດໃນຕໍ່ໜ້າ.
(ນາງ ໄຊໂສພາພອນ ມິ່ງມຸງຄຸນ)