(ສພຊ) ວັນທີ 6 ມີນາ 2022, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ນຳໂດຍທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ລົງພົບປະຢ້ຽມຢາມ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ ນາຍ ແລະ ພົນຕຳຫຼວດ ຢູ່ ປກສ ນະຄອນຫຼວງວຽງຈັນ ລວມຜູ້ເຂົ້າຮ່ວມທັງໝົດ 200 ກວ່າຄົນ.

ພາຍຫລັງທີ່ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດການ ເຄື່ອນໄຫວວຽກງານຂອງ ປກສ ນະຄອນຫຼວງແລ້ວ, ບັນດາທ່ານ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II.

ຈາກນັ້ນ, ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ມີຄຳເຫັນໂອ້ລົມຕໍ່ ນາຍ ແລະ ພົນຕຳຫຼວດວ່າ: ຕາງໜ້າໃຫ້ ຄະນະປະຈໍາສະພາແຫ່ງຊາດ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນງານ ກໍຄືຜົນສຳເລັດ ທີ່ກຳລັງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ຍາດມາໄດ້ໃນໄລຍະທີ່ຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ມີພາລະໜ້າທີ່ອັນໃຫຍ່ຫຼວງ, ສຳຄັນ ແລະ ໜັກໜ່ວງທີ່ສຸດ ເພື່ອຮັບປະກັນເຮັດໃຫ້ປະເທດຊາດອັນແສນຮັກ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງສິ່ງເອື້ອອຳນວຍ ເພື່ອຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ໃຫ້ດຳເນີນໄປຖືກຕາມທິດ ແລະ ຈຸດໝາຍ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ວາງອອກ ດ້ວຍຜົນສຳເລັດ.

ທ່ານປະທານສະພາແຫ່ງຊາດ ຍັງໄດ້ເນັ້ນໃຫ້ ນາຍ ແລະ ພົນຕຳຫຼວດ ຈົ່ງເພີ່ມທະວີບົດບາດການນໍາພາຂອງພັກ ເຂົ້າໃນການເຄື່ອນໄຫວວຽກງານຂອງກໍາລັງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານມີປະສິດທິພາບ ແລະ ປະສິດທິຜົນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ. ຄະນະພັກ, ຄະນະກອງບັນຊາການ ຕ້ອງໄດ້ເອົາໃຈໃສ່ການນໍາພາວຽກງານແຕ່ລະດ້ານ ຢ່າງໃກ້ຊິດ ໂດຍສະເພາະ ການດໍາເນີນຄະດີອາຍາ, ການສືບສວນ-ສອບສວນ, ການນໍາໃຊ້ມາດຕະການສະກັດກັ້ນ ເຊັ່ນ: ການກັກຕົວ, ການຈັບຕົວ, ການຢືດຊັບ, ການປັບໃໝ ໃຫ້ຮັບປະກັນຄວາມໂປ່ງໃສ, ຍຸຕິທໍາ ຕາມກົດໝາຍຢ່າງເຂັ້ມງວດ ຈຶ່ງຈະເຮັດໃຫ້ສັງຄົມຍອມຮັບ ແລະ ເປັນຕໍາຫຼວດຂອງປະຊາຊົນຢ່າງແທ້ຈິງ; ນາຍ ແລະ ພົນຕໍາຫຼວດ ຈະຕ້ອງໄດ້ຮັບການນໍາພາ, ສຶກສາອົບຮົມບົ່ມເພາະ ຈາກຄະນະພັກ, ຄະນະກອງບັນຊາການ ຢ່າງໃກ້ຊິດ, ເຖິງຖອງ, ເຝິກຝົນຫຼໍ່ຫຼອມໃຫ້ເປັນຜູ້ຈົງຮັກພັກດີ, ຮັບໃຊ້ປະຊາຊົນ, ປະເທດຊາດ ດ້ວຍຄວາມບໍລິສຸດຜ່ອງໃສ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ; ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຕ້ອງຢູ່ບົນຈິດໃຈຮັບໃຊ້ປະຊາຊົນ ແລະ ປະເທດຊາດ; ແກ້ໄຂທັດສະນະ, ແນວຄິດຂີ້ຄ້ານມັກງ່າຍ, ບໍ່ຢາກຄົ້ນຄວ້າຮໍ່າຮຽນ, ຕ້ານ, ສະກັດກັ້ນ ແລະ ກໍາຈັດປັດເປົ່າພະຍາດອາດຍາສິດ, ເອກະຊົນ, ກົນຈັກຂອງຖັນແຖວກໍາລັງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ; ກໍາລັງປ້ອງກັນຄວາມສະຫງົບ ຕ້ອງມີຄວາມເປັນເອກະພາບສູງ ຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຢ່າງໜັກແໜ້ນ, ການປະຕິບັດໜ້າທີ່ຂອງກໍາລັງປ້ອງກັນຄວາມສະຫງົບ ຕ້ອງອີງໃສ່ກົດໝາຍຢ່າງເຂັ້ມງວດ ແລະ ເດັດຂາດ ຈຶ່ງຈະເຮັດໃຫ້ມີຄວາມໂປ່ງໃສ, ເປັນທໍາ ແລະ ໄດ້ຮັບຄວາມຊົມເຊີຍຈາກປະຊາຊົນ, ສັງຄົມ ຢ່າງກວ້າງຂວາງ; ນາຍ ແລະ ພົນຕຳຫຼວດໃນກຳລັງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ຕ້ອງສືບຕໍ່ເຝິກຝົນຄວາມມີລະບຽບວິໄນ ໃຫ້ເປັນທາດແທ້, ເປັນຊີວິດຈິດໃຈຂອງຕົນ. ໃນສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດໄດ້ເເພ່ລະບາດ ເຮັດໃຫ້ປາກົດການຫຍໍ້ທໍ້ໃນສັງຄົມ ມີທ່າອ່ຽງເພີ່ມຂຶ້ນ. ສະນັ້ນ, ມີຄວາມຈຳເປັນຕ້ອງໄດ້ພັດທະນາກຳລັງປ້ອງກັນຄວາມສະຫງົບປະຊາຊົນເຮົາ ໃຫ້ເຂັ້ມແຂງ, ມີແບບແຜນ ແລະ ທັນສະໄໝເປັນກ້າວໆ. ສືບຕໍ່ຮັກສາມູນເຊື້ອອັນດີງາມ ໃນການຊ່ວຍເຫຼືອປະຊາຊົນ, ເປັນທີ່ເພິ່ງຂອງປະຊາຊົນຢ່າງແທ້ຈິງ, ຮັບໃຊ້ປະຊາຊົນຢ່າງບໍ່ມີເງື່ອນໄຂ ຄືດັ່ງທີ່ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ ໄດ້ກໍານົດໜ້າທີ່ຂອງກໍາລັງປ້ອງກັນຄວາມ ສະຫງົບ ໃນການກຽມພ້ອມສູ້ຮົບ, ສູ້ຮົບພິລະອາດຫານ, ຍອມເສຍສະຫຼະຊີວິດ ເພື່ອປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ຖືເອົາຜົນປະໂຫຍດສ່ວນລວມ ສູງກວ່າຜົນປະໂຫຍດສ່ວນຕົວ. ສືບຕໍ່ໃຫ້ຄວາມສຳຄັນກັບການພົວພັນ ທີ່ມີມູນເຊື້ອກັບກຳລັງປ້ອງກັນຄວາມສະຫງົບຂອງປະເທດເພື່ອນມິດ ທັງຢູ່ໃກ້ ແລະ ໄກ ໂດຍສະເພາະ ເພື່ອນມິດຍຸດທະສາດ, ຮູ້ຍາດແຍ່ງ, ຮູ້ຮໍ່າຮຽນ ແລະ ຮູ້ຮັບເອົາການຮ່ວມມື ຢ່າງມີການເລືອກເຟັ້ນ ດ້ວຍສະຕິປັນຍາທີ່ແຫຼມຄົມ.