
ໃນລະຫວ່າງວັນທີ 25-27 ສິງຫາ 2023 ຜ່ານມານີ້, ທ່ານ ນິສິດ ແກ້ວປັນຍາ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແລະ ທ່ານ ອິນແປງ ປັນຍາທອງ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ປະຈໍາເຂດເລືອກຕັ້ງເມືອງປາກແບງ, ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ທີ່ສະໂມສອນເມືອງປາກແບງ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານລັດຖະກອນ, 2 ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ບັນດາວິສະຫະກິດ, ມີນາຍບ້ານ, ອົງການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານຈອມແລງນ້ອຍ, ໄຊຊະນະ, ສຸກໄຊ, ຫ້ວຍແຊງຄໍາ ແລະ ບ້ານປາກເງີຍ ເຂົ້າຮ່ວມທັງໝົດ 693 ທ່ານ, ຍິງ 219 ທ່ານ.





ພ້ອມນັ້ນ, ຍັງໄດ້ຮັບຟັງຄໍາຄິດເຫັນ ແລະ ຄໍາສະເໜີຂອງບັນດາທ່ານທີ່ເຂົ້າຮ່ວມ, ຕໍ່ກັບການຄຸ້ມຄອງ, ບໍລິຫານລັດຂັ້ນຕ່າງໆ ແລະ ບັນດາຄໍາສະເໜີເຫຼົ່ານັ້ນ ສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ ໄດ້ຊີ້ແຈງກັບທີ່ແລ້ວ, ສ່ວນບາງບັນຫາທີບໍ່ທັນຊີ້ແຈງແມ່ນຈະໄດ້ນໍາໄປຄົ້ນຄວ້າ ແລະ ສົ່ງໃຫ້ພະແນກການ, ອົງການທີ່ກ່ຽວ ຂ້ອງພິຈາລະນາແກ້ໄຂ ຕາມພາລະບົດບາດ ແລະ ທັນເວລາ.


