


ການທີ່ພັກ, ລັດຖະບານ ແລະ ປະຊາຊົນ ກູບາ ແລະ ສະຖາບັນກູບາເພື່ອມິດຕະພາບກັບນາໆຊາດ ມອບຫຼຽນໄຊສາມັກຄີ ເຊິ່ງເປັນຫຼຽນທີ່ສູງສົ່ງ ຂອງ ສ. ກູບາ ແລະ ຫຼຽນກາລະນຶກ 60 ປີ, ເປັນຫຼຽນທີ່ມີຄວາມໝາຍ ຂອງ ສະຖາບັນກູບາເພື່ອມິດຕະພາບກັບນາໆຊາດ ໃຫ້ແກ່ ສະມາຄົມມິດຕະພາບລາວ-ກູບາ ໃນຄັ້ງນີ້ ແມ່ນສະແດງເຖິງການ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ເຄື່ອນໄຫວປະກອບສ່ວນ ຂອງ ສະມາຄົມມິດຕະພາບລາວ-ກູບາ ໃນການຕໍ່ສູ້ອັນເປັນທຳຂອງປະຊາຊົນກູບາ ຢູ່ໃນເວທີພາກພື້ນ ແລະ ສາກົນ, ການຕໍ່ສູ້ຕ້ານການປິດລ້ອມທຸກຮູບແບບ ຂອງ ອິດທິກໍາລັງປໍລະປັກທີ່ມີຕໍ່ກູບາ. ພ້ອມນັ້ນ, ກໍຍັງເຄື່ອນໄຫວປະກອບສ່ວນເຂົ້າໃນການປົກປັກຮັກສາ, ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ກູບາ ໃຫ້ນັບມື້ເກີດດອກອອກຜົນຍິ່ງຂຶ້ນ.

ໃນພິທີດັ່ງກ່າວ, ສະຫາຍ ສຈ. ປອ. ຈະເລີນ ເຢຍປາວເຮີ ຕາງໜ້າໃຫ້ຄະນະບໍລິຫານງານສະມາຄົມມິດຕະພາບລາວ-ກູບາ ສະແດງຄວາມຂອບໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນກູບາ ແລະ ສະຖາບັນກູບາເພຶ່ອມິດຕະພາບກັບນາໆຊາດ ທີ່ໄດ້ມອບຫຼຽນໄຊສາມັກຄີ ແລະ ຫຼຽນກາລະນຶກ 60 ປີ ອັນຊົງກຽດນີ້ ພ້ອມທັງຢືນຢັນວ່າ ຈະສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອ ສະຫາຍກູບາ ໃນການຕໍ່ສູ້ທວງເອົາຄວາມເປັນທຳ, ຄວາມຍຸຕິທໍາຈາກອິດທິກໍາລັງປໍລະປັກ ເພື່ອສິດທິໃນການສ້າງສາພັດທະນາປະເທດຊາດ ແລະ ພ້ອມກັບບັນດາສະຫາຍໃນສະຖາບັນກູບາເພື່ອມິດຕະພາບກັບນາໆຊາດ ແລະ ສະມາຄົມມິດຕະພາບກູບາ-ລາວ ໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ກູບາ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ກູບາ.
