loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາແຫ່ງຊາດ ໄດ້ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ

​ກ.ກ. 26, 2018 | ຂ່າວກອງປະຊຸມ

(ສພຊ) ວັນທີ 18 ກໍລະກົດ 2018, ສະພາແຫ່ງຊາດ (ສພຊ) ໄດ້ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ (20 ກໍລະກົດ 1955-20 ກໍລະກົດ 2018) ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ (ຫລັກ 6) ໂດຍການເປັນປະທານຂອງທ່ານ ນາງ ມະນີວັນ ເຢຍປາວເຮີ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງສະພາແຫ່ງຊາດ; ໂດຍການເຂົ້າຮ່ວມຂອງທ່ານ ນາງ ທຸມມາລີ ວົງພະຈັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ວິໄລວົງ ບຸດດາຄໍາ ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ທັງເປັນຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ສພຊ, ມີບັນດາທ່ານສະຫາຍເລຂາ-ຮອງເລຂາໜ່ວຍພັກ ແລະ ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນອ້ອມຂ້າງ ສພຊ, ບັນດາທ່ານການນໍາພັກ-ລັດ, ແມ່ປ້ານ້າອາ, ບັນດາສະມາຊິກແມ່ຍິງ ຕະຫລອດຮອດເອື້ອຍນ້ອງແມ່ຍິງທົ່ວ ສພຊ ເຂົ້າຮ່ວມ.

ຈຸດປະສົງການຈັດພິທີໃນຄັ້ງນີ້ ກໍເພື່ອເປັນການສຶກສາອົບຮົມໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກໃຫ້ສະມາຊິກແມ່ຍິງຂອງສະພາແຫ່ງຊາດ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາແຫ່ງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ພ້ອມທັງເປັນການເສີມຂະຫຍາຍຄຸນລັກສະນະທີ່ເປັນມູນ ເຊື້ອຂອງແມ່ຍິງລາວບັນດາເຜົ່າ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງສະມາຊິກສະຫະ ພັນແມ່ຍິງສະພາແຫ່ງຊາດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VII, ມະຕິກອງປະຊຸມຄົບຄະນະບໍລິຫານງານຄັ້ງທີ 3, ການຈັດຕັ້ງປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວ ຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາທີ່ຄະນະພັກສະພາແຫ່ງຊາດໄດ້ກໍານົດໄວ້ໃຫ້ມີເນື້ອໃນຕໍ່ເນື່ອງ ແລະ ເປັນຂະບວນການຟົດຟື້ນ.

ໃນພິທີ, ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ປາຖະກະຖາກ່ຽວກັບປະຫວັດຄວາມເປັນມາແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ວ່າ: ພາຍໃຕ້ການນຳພາຂອງພັກ ແລະ ໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດແມ່ຍິງໃນໂລກທີ່ເລັ່ງທວງໃຫ້ປະຕິບັດສິດເສລີພາບ, ຄວາມສະເໝີພາບລະຫວ່າງຍິງ-ຊາຍທາງດ້ານການເມືອງ-ເສດຖະກິດ, ວັດທະນະທຳ-ສັງຄົມເທື່ອລະກ້າວ; ອົງການຈັດ ຕັ້ງແມ່ຍິງຂັ້ນຮາກຖານໄດ້ເກີດຂຶ້ນ ໂດຍເລີ່ມຈາກການຈັດຕັ້ງໜ່ວຍແມ່ນັກຮົບຢູ່ຊົນນະບົດ, ໜ່ວຍຍຸວັນນາລີຢູ່ຕົວເມືອງຕ່າງໆ ໃນຂອບເຂດທົ່ວປະເທດ ເພື່ອເຮັດໜ້າທີ່ຂົນຂວາຍແມ່ຍິງເຂົ້າຮ່ວມຂະບວນປະຕິວັດປົດປ່ອຍຊາດ ຈົນມາໃນວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງເປັນທາງການ ເຊິ່ງເປັນຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວປັດຈຸບັນ  ພ້ອມນັ້ນ, ທ່ານຍັງຍົກໃຫ້ເຫັນຜົນງານການເຄື່ອນ ໄຫວທີ່ພົ້ນເດັ່ນຂອງສະຫະພັນແມ່ຍິງລາວໃນແຕ່ລະໄລຍະນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ.

ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ກ່ຽວກັບຄວາມຮູ້ພື້ນຖານການຮັກສາສຸຂະພາບຂອງແມ່ຍິງ ຈາກ ດຣ. ສິດທິປະເສີດ ພະສະຖານ ຄະນະພະແນກປະສູດ-ພະຍາດຍິງຂອງໂຮງໝໍມະໂຫສົດອີກດ້ວຍ.

​ຕອນ​ບ່າຍ​ຂອງ​ວັນ​ດຽວກັນ ນຳ​ໂດຍ ທ່ານ ນາງ ທະວີ​ໄສ ພະ​ສະ​ຖານ ຮອງ​ປະທານ​ຄະນະ ສສຊ ​ເພດ​ຍິງ, ຮອງ​ປະທານຄະນະ​ບໍລິຫານ​ງານ​​ແມ່ຍິງ ສພຊ; ​ໄດ້​ນຳພາ​ເອື້ອຍນ້ອງ​ແມ່ຍິງ​ສະພາ​ແຫ່ງ​ຊາດ​ຢ້ຽມຊົມຫໍ​ມູນ​ເຊື້ອ​ແມ່​ຍິ​ງລາວ ​ເນື່ອງ​ໃນ​ໂອກາ​ດສະ​ເຫລີ​ມສະຫລອງວັນ​ແມ່ຍິງ​ລາວ ຄົບຮອບ 63 ປີ (20/ກໍລະກົດ/1955-20/ກໍລະກົດ/2018) ​ເຊິ່ງບັນ​ລະ​ຍາຍ​ໂດຍ ນາງ ຕິ່ງ​ນ້ອຍ ມະນີ​ວົງ ວິຊາ​ການ​ພະ​ແນ​ກມູນ​ເຊື້ອ ​ແລະ ສິນ​ສາຍ​ໄໝ ​​ເຮັດ​ໃຫ້​ເອື້ອຍນ້ອງ​ແມ່ຍິງສະພາ​ແຫ່ງ​ຊາດ ​ໄດ້​ເຫັນ​ແຈ້ງ​ມູນ​ເຊື້ອອັນ​ດີງາມ ກໍຄື​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ອົງການ​ຈັດ​ຕັ້ງ​ສະຫະພັນ​ແມ່ຍິງ​ລາວ ​ໂດຍ​ຜ່ານ​ແປວ​ໄຟ​ປະຕິວັດ​ອັນ​ລະ​ອິດ​ລະ​ອ້ຽວ ສະຫງ່າ​ອົງອາດ ​ແລະ ​ເຫັນ​ໄດ້​ເຖິງ​ຄວາມ​ພິລະອາດ​ຫານ​ຂອງ​ອົງການ​ຈັດ​ຕັ້ງ​ສະຫະພັນ​ແມ່ຍິງ ​ແລະ ​ແມ່ຍິງ​ລາວ​ບັນດາ​ເຜົ່າ; ​ເຊິ່ງ​ເຫັນ​ໄດ້​ວ່າ​ຕະຫລອດ​ໄລຍະ​ປະຫວັດສາດ 63 ປີຜ່ານມາ ​ແມ່ຍິງ​ລາວ​ບັນດາ​ເຜົ່າ​ຂອງ​ພວກ​ເຮົາ ​ໄດ້​ຄຽງບ່າ​ຄຽງ​ໄຫລ່​ກັບ​ເພດ​ຊາຍ ອຸທິດ​ເລືອດ​ເນື້ອ, ​ເຫື່​ອ​ແຮງ, ສະຕິ​ປັນຍາ, ວັດຖຸ​ປັດ​ໄຈ ​ເພື່ອ​ພາລະກິດ​ຕໍ່ສູ້​ກູ້​ຊາດ, ການ​ປົກ​ປັກ​ຮັກສາ ​ແລະ ການ​ພັດທະນາ​ປະ​ເທດ​ຊາດ.