ສະພາແຫ່ງຊາດ ເປີດການຮຽນທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ I

ກ.ພ. 24, 2023 | SlideMobile, ຂ່າວເດັ່ນ

(ສພຊ) ໃນຕອນບ່າຍຂອງວັນທີ 24 ກຸມພາ 2023 ທີ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ເປີດຊຸດເຝິກອົບຮົມທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ I ໃຫ້ແກ່ສະມາຊິກພັກ-ພະນັກງານ ພາຍໃນສະພາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ; ມີສະຫາຍ ນາງ ປິ່ງຄຳ ລາຊະສິມມາ ກຳມະການສູນກາງພັກ, ເລຂາທິການສະພາແຫ່ງຊາດ; ສະຫາຍ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ; ສະຫາຍ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ; ບັນດາສະຫາຍຄະນະບໍລິຫານງານພັກ, ຕາງໜ້າຈາກບັນດາໜ່ວຍພັກ, ບັນດາອາຈານ, ນັກສໍາມະນາກອນຈາກສະພາແຫ່ງຊາດ ເຂົ້າຮ່ວມ.
ທັງນີ້, ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຢ່າງເປັນເອກະພາບ ກ່ຽວກັບທິດສະດີການເມືອງໃຫ້ແກ່ສະມາຊິກພັກ-ພະນັກ ງານຫຼັກແຫຼ່ງ ພາຍໃນສະພາແຫ່ງຊາດ ໃຫ້ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີທັດສະນະຫຼັກໝັ້ນການເມືອງ, ຖືເອົາທິດສະດີການເມືອງເປັນພື້ນຖານໃນການເສີມຂະຫຍາຍທັດສະນະປະຕິວັດໃຫ້ໜັກແໜ້ນຂຶ້ນຕື່ມ, ຍົກສູງຄວາມສາມາດໃນການວິເຄາະບັນຫາຢ່າງມີວິທະຍາສາດ ແລະ ມີຄວາມສາມາດໃນການນໍາໃຊ້ວິທີວິທະຍາໃນການນໍາພາ-ຄຸ້ມຄອງ, ວິທີການເຝິກຝົນຫຼໍ່ຫຼອມບຸກຄະລິກ ຂອງພະນັກງານນຳພາ-ຄຸ້ມຄອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງປະເທດຊາດໃນໄລຍະໃໝ່ ໃນການຫັນເປັນອຸດສາຫະກໍາ, ທັນສະໄໝ, ການເຊື່ອມໂຍງ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວໜ້າຢ່າງບໍ່ຢຸດຢັ້ງ ແລະ ເພື່ອເຮັດໃຫ້ທິດສະດີການເມືອງ ອັນປະກອບດ້ວຍທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະ ປະຫວັດສາດ ຂອງພັກ, ຂອງຊາດ, ກົດລະບຽບພັກ, ແນວທາງນະໂຍບາຍຂອງພັກ ແລະ ລັດ ກາຍເປັນພື້ນຖານແນວຄິດ ແລະ ການກະທຳ ຂອງສະມາຊິກພັກ-ພະນັກງານ ສາມາດເຮັດໃຫ້ທຸກຄົນມີຄວາມຮັບຮູ້, ເຂົ້າໃຈ, ມີຄວາມເຊື່ອໝັ້ນ, ສະໜັບສະໜູນ ແລະ ຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດ, ຍົກລະດັບຄວາມຮູ້ກ່ຽວກັບທັດສະນະຂອງພັກ, ນະໂຍບາຍຂອງລັດຢ່າງເລິກເຊິ່ງ, ມີຫຼັກໝັ້ນຢ່າງໜັກແໜ້ນ, ມີຄຸນສົມບັດ, ສິນທຳປະຕິວັດດີ, ມີຈິດໃຈຮັກຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ.
ໃນພິທີເປີດ, ສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ມີຄໍາເຫັນໂອ້ລົມຕໍ່ຊຸດເຝິກອົບຮົມວ່າ: ໂດຍເຫັນໄດ້ຄວາມສຳຄັນ ແລະ ຈຳເປັນໃນການສ້າງໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ຂອງສະພາແຫ່ງຊາດ ໃຫ້ມີຄວາມຮູ້ດ້ານທິດສະດີພື້ນຖານຂອງລັດທິມາກ-ເລນິນ, ມີທັດສະນະຫຼັກໝັ້ນ, ການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສາມາດຮອງຮັບກັບໜ້າທີ່ການເມືອງໃນໄລຍະໃໝ່ ຂອງເງື່ອນໄຂແຫ່ງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃນປັດຈຸບັນ, ຄະນະພັກສະພາແຫ່ງຊາດ ຈຶ່ງໄດ້ຕົກລົງຈັດຕັ້ງຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ຂຶ້ນ ເຊິ່ງບັນດາສະຫາຍສະມາຊິກພັກ-ພະນັກງານຫຼັກແຫຼ່ງ ຂອງສະພາແຫ່ງຊາດ ທີ່ໄດ້ຮັບການເລືອກເຟັ້ນຈາກບັນດາໜ່ວຍພັກຮາກຖານ ຂອງສະພາແຫ່ງຊາດ ຈະໄດ້ພ້ອມກັນສຸມສະຕິປັນຍາ, ຍົກສູງຄວາມຮັບຜິດຊອບຂອງຕົນໃນການຮັບເອົາຄວາມຮູ້ນຳບັນດາຄູອາຈານ, ມີການສົນທະນາຄົ້ນຄວ້າຢ່າງເລິກເຊິ່ງ ເພື່ອໃຫ້ເຂົ້າໃຈບັນດາເນື້ອໃນທີ່ມີໃນຫຼັກສູດການເຝິກອົບຮົມຄັ້ງນີ້ ແລະ ເຊື່ອໝັ້ນວ່າ ພາຍຫຼັງຮຽນຈົບຊຸດເຝິກອົບຮົມນີ້ແລ້ວ ບັນດາສະຫາຍຈະສ້າງໃຫ້ມີການປ່ຽນແປງຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນ, ຄຸນນະພາບ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານກໍຈະສູງຂຶ້ນ, ທັດສະນະຫຼັກໝັ້ນການເມືອງ, ແບບແຜນວິທີເຮັດວຽກ ແລະ ແບບແຜນການດຳລົງຊິວິດ ຈະໄດ້ຮັບການປັບປຸງດີຂຶ້ນ, ສາມາດເປັນກຳລັງແຮງອັນເຂັ້ມແຂງໃຫ້ແກ່ ຄະນະພັກ, ຄະນະປະຈຳ ກໍຄືໃຫ້ແກ່ສະພາແຫ່ງຊາດ.
ໃນຊຸດເຝິກອົບຮົມທິດສະດີການເມືອງ ຊຸດທີ I ຄັ້ງນີ້ ບັນດານັກເຝິກຮົມ ຈະໄດ້ຄົ້ນຄວ້າຮໍ່າຮຽນ 6 ກຸ່ມວິຊາ ຄື: ກຸ່ມວິຊາປັດຊະຍາມາກ-ເລນິນ, ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ, ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ, ກຸ່ມວິຊາ ແນວຄິດ ໄກສອນ ພົມວິຫານ, ກຸ່ມວິຊາທິດສະດີລັດ ແລະ ກົດໝາຍ, ກຸ່ມວິຊາ ປະຫວັດສາດພັກ ແລະ ກໍ່ສ້າງພັກ.
(ພາບ ແລະ ຂ່າວ: ນາງ ສຸພາວັນ ຫອມສະນິດ)