


ກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈຳປີ 2021 ແລະ ທິດ ທາງແຜນການເຄື່ອນໄຫວວຽກງານ ປີ 2022 ຂອງຄະນະກວດກາພັກສະພາແຫ່ງຊາດ ແລະ ເຜີຍແຜ່ບົດສະ ຫຼຸບ-ຕີລາຄາການເຄື່ອນໄຫວວຽກງານກວດກາ ແຕ່ປີ 2016 ເຖິງປັດຈຸບັນ ແລະ ບາງເນື້ອໃນຕົ້ນຕໍ ສຳລັບການເຄື່ອນໄຫວ ແຕ່ນີ້ ຮອດປີ 2026 ຂອງຄະນະກວດກາພັກ-ລັດສະພາແຫ່ງຊາດ.


ໃນໂອກາດນີ້, ສະຫາຍ ປອ. ໄຊສົມພອນ ພົມວິຫານ ໄດ້ມີຄຳເຫັນໂອ້ລົມວ່າ: ຜ່ານການຮັບຟັງລາຍງານຈາກຄະນະກວດກາພັກສະພາແຫ່ງຊາດ ການປະກອບຄຳເຫັນຂອງບັນດາສະຫາຍຜູ້ແທນກອງປະຊຸມຈຳນວນໜຶ່ງ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະກວດກາພັກສະພາແຫ່ງຊາດ ທີ່ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍທິດທາງແຜນການວຽກງານກວດກາຂອງຄະນະພັກສະພາແຫ່ງຊາດ ວາງອອກເປັນອັນລະອຽດ ເຂົ້າໃນການຈັດຕັ້ງປະຕິບັດຕາມພາລະບົດ ບາດຂອງຕົນ ເພື່ອເຮັດໃຫ້ວຽກ ງານກວດກາພັກ-ກວດກາລັດ ແລະ ວຽກງານຕ້ານການສໍ້ລາດບັງຫຼວງ ຢູ່ພາຍໃນສະພາແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດເປັນປົກກະຕິຕໍ່ເນື່ອງ ແລະ ມີຜົນສໍາເລັດດີຂຶ້ນເທື່ອລະກ້າວ ສິ່ງທີ່ຢັ້ງຢືນຜົນການກວດກາ ແມ່ນໄດ້ມີການປັບປຸງແບບແຜນການນຳພາຂອງພັກ-ລັດ ຢູ່ພາຍໃນສະພາແຫ່ງຊາດ, ສະຕິຕໍ່ການຈັດຕັ້ງ ສະມາ ຊິກພັກ, ພະ ນັກງານ-ລັດຖະກອນ ສູງຂຶ້ນ, ຜ່ານບັ້ນດໍາເນີນຊີວິດການເມືອງປະຈໍາປີ 2021 ກໍເຫັນວ່າ: ການຈັດປະເພດສະມາ ຊິກພັກ ແລະ ການປະເມີນການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ ພາຍໃນສະພາແຫ່ງຊາດ ສະ ມາຊິກພັກຈຳນວນຫຼາຍຈັດຢູ່ໃນປະເພດແຂງ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ພະນັກງານ-ລັດຖະກອນ ກໍແມ່ນປະເພດດີເປັນສ່ວນຫຼາຍ, ການແຈ້ງຊັບສິນ-ລາຍຮັບ ຮອບ III ຂອງພະນັກງານ-ລັດຖະກອນ ພາຍໃນສະພາແຫ່ງຊາດ ບັນລຸຕາມຄາດໝາຍທີ່ວາງໄວ້.

ໃນຕອນທ້າຍ, ສະຫາຍ ຄຳໃບ ດຳລັດ ໄດ້ກ່າວວ່າ: ກອງປະຊຸມ ໄດ້ສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ຕະຫຼອດໄລຍະຂອງການດໍາເນີນກອງປະຊຸມບັນ ດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄໍາເຫັນ ຕໍ່ການເຄື່ອນ ໄຫວປະຕິບັດໜ້າທີ່ວຽກງານ ຂອງຄະນະກວດກາພັກສະພາແຫ່ງຊາດ ຢ່າງກົງໄປກົງມາ, ເລິກເຊິ່ງ ແລະ ດ້ວຍຄວາມຮັບຜິດຊອບສູງ ເຫັນວ່າໃນຕະຫຼອດໄລຍະ 1 ປີຜ່ານມາ ຄະນະກວດກາພັກ-ລັດ ສະພາແຫ່ງຊາດ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ຂອງແຜນການເຄື່ອນໄຫວວຽກງານຂອງຄະ ນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຄະນະພັກສະພາແຫ່ງຊາດ ເປັນແຜນການເຄື່ອນໄຫວຂອງຕົນ ດ້ວຍການຫັນເປັນກິດຈະກຳ, ໜ້າວຽກຕ່າງໆ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ສູ້ຊົນຈັດຕັ້ງປະຕິບັດໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້; ພ້ອມນັ້ນ, ກໍໄດ້ປະກອບຄໍາເຫັນຕໍ່ບົດສະຫຼຸບໃນຂອບເຂດວຽກງານກວດກາພັກ, ກວດກາລັດ ແລະ ວຽກງານການຕ້ານການສໍ້ລາດບັງຫຼວງ ຢ່າງກົງໄປກົງມາ ເປັນການປະກອບໃນການເຊີດຊູບົດ ບາດຂອງສະພາແຫ່ງຊາດ ໃຫ້ນັບມື້ກວ້າງຂວາງ ແລະ ສູງຂຶ້ນ ເຊິ່ງຜົນສຳເລັດຂອງກອງປະຊຸມຄັ້ງນີ້ ແມ່ນໝາກຜົນຂອງຄວາມເອົາໃຈໃສ່ຊີ້ນຳ-ນຳພາ ຢ່າງໃກ້ຊິດຂອງຄະນະພັກສະພາແຫ່ງຊາດ, ຄວາມເອົາໃຈໃສ່ຊີ້ນຳຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ດ້ວຍຄວາມສາມັກຄີເປັນເອກະພາບ, ການປະສານສົມທົບຢ່າງກົມກຽວ ຂອງບັນດາຮາກຖານພັກ ແລະ ອົງການຈັດຕັ້ງມະຫາຊົນ ພາຍໃນສະພາແຫ່ງຊາດ.

(ຂ່າວ: ນາງ ສຸພາວັນ ຫອມສະນິດ, ພາບ: ນາງ ກຸກກິກ ບຸດດາໄຊ)