
ວັນທີ 4 ກັນຍາ 2022, ຢູ່ທີ່ຫ້ອງວ່າການແຂວງທ່ານ ດຣ ຄໍາຈັນ ໂສຕາປະເສີດ ກໍາມະການຄະນະປະຈໍາ-ປະທານກໍາມາທິການບັນດາເຜົ່່າ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ສະພາປະຊາຊົນແຂວງ ແລະ ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ, ຕາງໜ້າຮັບໂດຍທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານ ສພຂ ແລະ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ມີບັນດາທ່ານຮອງປະທານ ສພຂ, ບັນດາທ່ານໃນຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ເຂົ້າຮ່ວມ.





ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ເຂົ້າສານ, ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງໃຊ້ຄົວເຮືອນທີ່ຈໍາເປັນຈໍານວນໜຶ່ງ ຈາກສະພາແຫ່ງຊາດ ລວມມູນຄາ 297,800,000 ແລະ ເງິນສົດ 20.000.000 ກີບ, ຈາກກອງທຶນຊ່ວຍເຫຼືອສັງຄົມ ສະພາແຫ່ງຊາດ 12.250.000 ກີບ ແລະ ຈາກຈິດອາສາຊ່ວຍເຫຼືອເຊິງກັນ ແລະ ກັນ ລວມມູນຄາຈໍານວນ 200 ລ້ານກີບ. ເພື່ອຊ່ວຍບັນເທົາທຸກ ແລະ ນໍາໄປມອບໃຫ້ແກ່ປະຊາຊົນ ທີ່ປະສົບໄພພິບັດນໍ້ຖ້ວມ ຢູ່ແຂວງອຸດົມໄຊ.







ພາບ/ຂ່າວ: ແສງພອນ ອິນນະລົງ.