(ສພຊ) ເພື່ອເປັນການປູກຈິດສຳນຶກໃຫ້ເອື້ອຍນ້ອງແມ່ຍິງສະພາແຫ່ງຊາດ ໄດ້ຮັບຮູ້, ເຂົ້າໃຈ ແລະ ເຫັນໄດ້ຄຸນງາມຄວາມດີຂອງແມ່ຍິງລາວໃນການປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ການປົກປັກຮັກສາ ແລະ ການພັດທະນາປະເທດ ພ້ອມທັງເປັນການຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ ຄົບຮອບ 68 ປີ; ເພື່ອປຸກລະດົມສະມາຊິກແມ່ຍິງສະພາແຫ່ງຊາດ ເປັນເຈົ້າການໃນການປະຕິບັດວິໄສທັດພັດທະນາແມ່ຍິງລາວ ຮອດປີ 2030, ແຜນຍຸດທະສາດພັດທະນາແມ່ຍິງລາວ ຮອດປີ 2025, ແຜນພັດທະນາແມ່ຍິງແຫ່ງຊາດ 5 ປີ (2021-2025) ເພື່ອປະກອບສ່ວນໃຫ້ບັນລຸຕາມຄາດໝາຍທີ່ກຳນົດໄວ້. ໃນຕອນເຊົ້າວັນທີ 2 ສິງຫາ 2023 ທີ່ສະພາແຫ່ງຊາດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955-20 ກໍລະກົດ 2023) ແລະ ຕີລາຄາການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງສະພາແຫ່ງຊາດ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ໂດຍການເປັນປະທານຂອງສະຫາຍ ນາງ ມະນີວັນ ເຢຍປາວເຮີ ປະທານຄະນະບໍລິຫານງານສະຫະພັນແມ່ຍິງສະພາແຫ່ງຊາດ, ເຂົ້າຮ່ວມມີສະຫາຍ ດຣ. ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ສະຫາຍ ຮສ. ປອ. ລິນຄຳ ດວງສະຫວັນ ຄະນະປະຈຳພັກສະພາແຫ່ງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ; ມີຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ; ຄອບຄົວການນຳ ພ້ອມດ້ວຍສະມາຊິກແມ່ຍິງສະພາແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.



(ພາບ: ນາງ ປາກາລັກ ພົມມີໄຊ, ຂ່າວ: ນາງ ນິດຕາ ຄຸນປາກດີ)