

ກອງປະຊຸມ, ໄດ້ຮັບຟັງເນື້ອໃນເອກະສານຂອງກົມຈັດຕັ້ງ-ພະນັກງານ ປະກອບມີເນື້ອໃນຫຍໍ້ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ຈາກທ່ານ ແສງແກ້ວ ວົງນະລາດ ຫົວໜ້າກົມຈັດຕັ້ງ-ພະນັກງານ; ເນື້ອໃນເອກະສານຂອງກົມເລຂານຸການ ປະກອບມີ: ລະບົບເອກະສານ, ຮ່າງເອກະສານທາງລັດຖະການ ແລະ ການຈໍລະຈອນເອກະສານຂອງສະພາແຫ່ງຊາດ ຈາກທ່ານ ຄຳສະໄໝ ສຳມາວົງ ຫົວໜ້າກົມເລຂານຸການ; ວຽກງານພິທີການ ແລະ ມາລາຍາດທາງສັງຄົມ ຈາກທ່ານ ຂັນທອງ ແພງສີໃຈ ຮອງຫົວໜ້າກົມບໍລິຫານ-ພິທີການ ແລະ ການເຜີຍແຜ່ລະບຽບການຄຸ້ມຄອງ ແລະ ນຳໃຊ້ຫໍສະພາແຫ່ງຊາດ ຈາກທ່ານ ບຸນເກີດ ວົງໄຊຍາ ຮອງຫົວໜ້າຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ.

ໃນໂອກາດນີ້, ທ່ານ ສິງຄຳ ວົງພະຈັນ ໄດ້ມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ກ່າວວ່າ: ກອງປະຊຸມນີ້ ເປັນກອງປະຊຸມທີ່ສຳຄັນ ເພາະລັດຖະກອນໃໝ່ ແລະ ລັດຖະກອນ 95% ບັນຈຸເຂົ້າໃນກົງຈັກຂອງບັນດາກຳມາທິການ, ທີ່ຄະ ນະເລຂາທິການ, ສະຖາບັນຄົ້ນຄວ້ານິຕິກຳ ຂອງສະພາແຫ່ງຊາດ ຈະຕ້ອງໄດ້ຮັບຮູ້ເຊື່ອມຊຶມ, ເຂົ້າໃຈ ກ່ຽວກັບສິດ, ພັນທະຂອງຕົນ ລວມທັງເຂົ້າໃຈກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງຂອງສະພາແຫ່ງຊາດຕົນສັງກັດຢູ່ ເພື່ອເຮັດໃຫ້ການປະຕິບັດວຽກງານມີປະສິດທິຜົນສູງ; ພ້ອມນັ້ນ, ທ່ານຍັງໄດ້ກ່າວຕື່ມອີກວ່າ: ໃຫ້ບັນດາທ່ານທີ່ເປັນລັດຖະກອນໃໝ່ ແລະ ລັດຖະກອນ 95% ທີ່ສັງກັດຢູ່ກົມ, ສູນ ແລະ ຫ້ອງການ ພາຍໃນສະພາແຫ່ງຊາດ ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ໃຫ້ມີຄວາມໜັກແໜ້ນ, ເອົາໃຈໃສ່ພັດທະນາທາງດ້ານວິຊາສະເພາະ, ພາສາຕ່າງປະເທດ ກາຍເປັນລັດຖະກອນທີ່ດີເດັ່ນ; ເອົາ ໃຈໃສ່ຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ, ນິຕິກໍາລຸ່ມກົດໝາຍ ເພື່ອເປັນບ່ອນອີງໃນການປະຕິບັດວຽກງານຂອງຕົນໃຫ້ໄດ້ຮັບຜົນດີ; ເອົາໃຈໃສ່ປະຕິບັດວຽກງານ ກໍຄືໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ມີປະສິດທິພາບປະສິດທິຜົນສູງ; ຕ້ອງເຄົາລົບ ແລະ ປະຕິບັດກົດໝາຍວ່າດ້ວຍລັດຖະກອນ ເປັນຕົ້ນ ສິດ, ພັນ ທະ, ໜ້າທີ່, ຂໍ້ຫ້າມ, ຈັນຍາບັນ, ຈັນຍາທຳ ໃຫ້ຖືກຕ້ອງ; ເຄົາລົບນັບຖືການຈັດຕັ້ງ, ເຄົາລົບ ແລະ ປະຕິບັດລະບຽບຕ່າງໆ ພາຍໃນສະພາແຫ່ງຊາດ ຢ່າງເຂັ້ມງວດ; ປັບປຸງແບບແຜນວິທີເຮັດວຽກ ໃຫ້ສອດຄ່ອງກັບວຽກງານຂອງຕົນແຕ່ລະໄລຍະ; ປະສານສົມທົບກັບພາກສ່ວນກ່ຽວຂ້ອງຕາມການມອບໝາຍຂອງຂັ້ນເທິງ, ການຈັດຕັ້ງ ໃຫ້ໄດ້ຮັບຜົນດີ; ມີຄວາມສາມັກຄີນຳເພື່ອນຮ່ວມງານ ແລະ ມີແບບແຜນດໍາລົງຊີວິດທີ່ປອດໃສ ທັງໝົດນີ້ ເພື່ອເປັນທິດທາງໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ສືບຕໍ່ຄົ້ນຄວ້າ, ມີວິທີການ ແລະ ມາດຕະການຕົວຈິງຕໍ່ຕົນເອງ ເພື່ອໃຫ້ກາຍເປັນພະ ນັກງານ-ລັດຖະກອນທີ່ດີເດັ່ນ ແລະ ເປັນພະນັກງານສືບທອດໃນອະນາຄົດ.

(ພາບ ແລະ ຂ່າວ: ນາງ ສຸພາວັນ ຫອມສະນິດ)