(ສພຊ) ໃນໄລຍະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 17-18 ກໍລະກົດ 2023 ເຊິ່ງເປັນວາລະພິຈາລະນາຮັບຮອງເອົາກົດໝາຍ ຈໍານວນ 10 ສະບັບ ໃນນີ້ ກົດໝາຍສ້າງ
ໃໝ່ 4 ສະບັບ ແລະ ກົດໝາຍປັບປຸງ 6 ສະບັບ ໄດ້ມີນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ 18 ສາຂາ ການປົກຄອງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມຮັບຊົມ, ຮັບຟັງ. ພ້ອມທັງທັດສະນະສຶກສາຢູ່ຫໍສະພາແຫ່ງຊາດ ນໍາພາໂດຍ ອາຈານ ສັນຍາລັກ ແກ້ວຄໍາຮຸ່ງ.

ໃນໂອກາດທັດສະນະສຶກສາຢູ່ ຫໍສະພາແຫ່ງຊາດ ໄດ້ສ້າງຄວາມຮັບຮູ້, ເຂົ້າໃຈໃຫ້ນັກຄົ້ນຄວ້າປະລິນຍາໂທ ຢ່າງເລິກເຊິ່ງ ກ່ຽວກັບການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ, ກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ, ຂັ້ນຕອນການຮັບຮອງເອົາກົດໝາຍ, ການຕົກລົງບັນຫາສໍາຄັນຂອງປະເທດຊາດ ແລະ ການຕິດຕາມກວດກາ, ຂັ້ນຕອນການລາຍງານ, ການຊີ້ແຈງ ແລະ ການຕອບຄໍາຊັກຖາມຂອງອົງການບໍລິຫານ ແລະ ອົງການຕຸລາການ, ການເຈາະຈີ້ມຂອງສະມາຊິກສະພາແຫ່ງຊາດ, ການຕົກລົງ, ການຮັບຮອງເອົາບັນດາເນື້ອໃນຂອງກອງປະຊຸມ ດ້ວຍການລົງຄະແນນສຽງ ທີ່ມີຄວາມເປັນເອກະພາບສູງ.

ການເຄື່ອນໄຫວທັດສະນະສຶກສາຄັ້ງນີ້ ຍັງໄດ້ຢ້ຽມຊົມຫ້ອງປະຊຸມໃຫຍ່ ສະພາແຫ່ງຊາດ, ຫ້ອງວາງສະແດງ (ຫ້ອງມູນເຊື້ອ), ຫ້ອງສະໝຸດ ເພື່ອສຶກສາຮຽນຮູ້ ປະຫວັດສາດການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງສະພາແຫ່ງຊາດ ໃນການປະຕິບັດພາລະບົດບາດ ຂອງສະພາແຫ່ງຊາດ ໃນນາມອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ.
ໂອກາດດຽວກັນ, ທ່ານ ໝໍສະຫວັດ ເພັດມະນີ ຕາງໜ້ານັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ 18 ສາຂາການປົກຄອງ ກໍໄດ້ສະແດງຄວາມຮູ້ສຶກຂອງຕົນວ່າ: ຂ້າພະເຈົ້າມີຄວາມຮູ້ສຶກພາກພູມໃຈຫຼາຍ ທີ່ໄດ້ມາທັດສະນະສຶກສາ ແລະ ໄດ້ເຂົ້າຮ່ວມຮັບຊົມ, ຮັບຟັງການດໍາເນີນກອງປະຊຸມສະພາແຫ່ງຊາດ ທີ່ມີຄວາມໝາຍ, ຄວາມສໍາຄັນ ໂດຍສະເພາະແມ່ນ ການພິຈາລະນາ ຮັບຮອງເອົາກົດໝາຍ ເຊິ່ງໄດ້ສະແດງເຖິງຄວາມເປັນຫ່ວງເປັນໃຍຂອງພັກ-ລັດ ກໍຄື ສະພາແຫ່ງຊາດ ຕໍ່ປະຊາຊົນລາວບັນດາເຜົ່າ ໃນການນໍາເອົາກົດໝາຍໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຮັບປະກັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແນໃສ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.
ຈາກນັ້ນ, ທ່ານ ທອງແກ້ວ ສິດທິພົງ ຫົວໜ້າຫ້ອງຮຽນ ສາຂາການປົກຄອງ ໄດ້ໃຫ້ຮູ້ວ່າ: ການທັດສະນະສຶກສາຢູ່ຫໍສະພາແຫ່ງຊາດ ແມ່ນປະຕິບັດຕາມແຜນການຮຽນ-ການສອນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍຄື ຄະນະບໍລິຫານສາດ ວາງອອກ ຫຼັງຈາກທີ່ນັກຄົ້ນຄວ້າ ໄດ້ຮຽນຮູ້ດ້ານທິດສະດີ ຈະຕ້ອງໄດ້ລົງທັດສະນະສຶກສາໃນພາກຕົວຈິງນໍາອີກ.
(ຂ່າວ: ສອນໄພ ບົວຄໍາໄຊ; ພາບ: ໄກດາວັນ ແກ້ວອຸໄທ)