ສະພາແຫ່ງຊາດ ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໄສ ເຂັ້ມແຂງ ໜັກແໜ້ນ, ມອບບັດສະມາຊິກພັກ ແລະ ປະກາດພະນັກງານຮັບບໍານານ

ຕ.ລ. 27, 2025

(ສພຊ) – ຕອນບ່າຍວັນທີ 20 ຕຸລາຜ່ານມາ, ຄະນະບໍລິຫານງານພັກສະພາແຫ່ງຊາດ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024, ມອບບັດສະມາຊິກພັກ ໃຫ້ສະມາຊິກພັກສົມບູນ ແລະ ປະກາດພະນັກງານຮັບນະໂຍບາຍອຸດໜູນບໍານານ ໂດຍການເປັນປະທານຂອງສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາສະຫາຍໃນຄະນະພັກ ແລະ ຄະນະປະຈໍາສະພາແຫ່ງຊາດ, ບັນດາສະຫາຍເລຂາ-ຮອງເລຂາຂອງບັນດາຮາກຖານພັກ, ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກສົມບູນທັງໝົດພາຍໃນສະພາແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ໄດ້ຜ່ານມະຕິ ແລະ ຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ພະນັກງານຮັບນະໂຍບາຍອຸດໜູນບໍານານ, ມະຕິວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ແລະ ຂໍ້ຕົກລົງວ່າດ້ວຍການຮັບຮອງອອກບັດສະມາຊິກພັກ ໃຫ້ສະມາຊິກພັກສົມບູນ.
​ ສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ຍາດມາໄດ້ ເຊິ່ງສະແດງອອກໃນຈຳນວນໜ່ວຍພັກທີ່ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ໜ່ວຍພັກແຂງ ຈຳນວນ 13 ໜ່ວຍພັກ ໃນຈຳນວນ 18 ໜ່ວຍພັກທີ່ຂຶ້ນກັບຄະນະພັກສະພາແຫ່ງຊາດ ທັງຕີລາຄາສູງ ແລະ ຊົມເຊີຍ ຕໍ່ບັນດາພະນັກງານທີ່ເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ແລະ ມີເງື່ອນໄຂຄົບຖ້ວນໃນການຮັບນະໂຍບາຍອຸດໜູນບຳນານຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກ ຈຳນວນ 5 ສະຫາຍ ແລະ ມອບ-ຮັບບັດສະມາຊິກພັກ ຈຳນວນ 40 ກວ່າສະຫາຍ. ພ້ອມນັ້ນ, ສະຫາຍຍັງໄດ້ມີຄໍາເຫັນເນັ້ນໜັກວ່າ: ໃນໄລຍະນີ້ ເປັນໄລຍະປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ເຊິ່ງຄະນະບໍລິຫານງານພັກ ໄດ້ນໍາພາການປັບປຸງກົງຈັກການຈັດຕັ້ງຂອງຕົນ ໂດຍສະເພາະການຄົ້ນຄວ້າໂຮມບັນດາກໍາມາທິການຈໍານວນໜຶ່ງເຂົ້າກັນ, ປັບປຸງກົງຈັກຂັ້ນກົມ ແລະ ຂັ້ນພະແນກ ເພື່ອເຮັດໃຫ້ກົງຈັກມີຄວາມກະທັດຮັດ, ໂລ່ງລຽນ ຮັບປະກັນປະສິດທິຜົນຂອງວຽກງານ, ຮຽກຮ້ອງໃຫ້ພະນັກງານ-ລັດຖະກອນ ມີຄວາມອຸ່ນອຽນທຸ່ນທ່ຽງ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ, ມີຄວາມບຸກບືນໃນໜ້າທີ່ວຽກງານທີ່ການຈັດຕັ້ງໄດ້ມອບໝາຍໃຫ້ ເພື່ອກຽມພ້ອມເຂົ້າສູ່ການປະຕິບັດໜ້າທີ່ວຽກງານຂອງສະພາແຫ່ງຊາດຊຸດທີ່ຈະມາເຖິງ ໃຫ້ມີຜົນສໍາເລັດຕາມຄາດໝາຍ; ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ-ລັດຖະກອນທີ່ຢູ່ໃນກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ໃຫ້ມີຄວາມອົດທົນ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານ, ຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກ ເພື່ອເຮັດໃຫ້ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນ ດ້ວຍການເອົາໃຈໃສ່ການສ້າງເສດຖະກິດຄອບ ຄົວ, ຮູ້ປະຢັດມັດທະຍັດ, ບໍ່ຟຸມເຟືອຍ.
ສະຫາຍຮອງເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ: ໃນຕໍ່ໜ້າ, ສະພາແຫ່ງຊາດຈະໄດ້ຕັ້ງໜ້າກະກຽມເນື້ອໃນໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ທັນເວລາ ແລະ ມີຄຸນນະພາບສູງ; ສຸມໃສ່ກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ໄດ້ຮັບຜົນສໍາເລັດ ໂດຍສະເພາະການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ, ບັນດາອະນຸກໍາມະການ ໃຫ້ສໍາເລັດໂດຍໄວ ເພື່ອຮັບປະກັນໃຫ້ການກະກຽມເລືອກຕັ້ງ ຕາມກຳນົດເວລາ.

(ນາງ ອາລິນ ສຸພິມມະປະດິດ)