ສະພາແຫ່ງຊາດລາວສຳເລັດການເປັນເຈົ້າພາບຈັດກອງປະຊຸມສຳມະນາ ກ່ຽວກັບການຫັນເປັນດີຈີຕອນ ຂອງສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັງ (APF)

ມ.ຖ. 9, 2023 | SlideMobile, ຂ່າວເດັ່ນ

(ສພຊ) ໃນລະຫວ່າງວັນທີ 8-9 ມິຖຸນາ 2023, ສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາ ຮ່ວມກັບສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັງ (APF) ພາຍໃຕ້ຫົວຂໍ້: “ການຄຸ້ມຄອງແບບດີຈີຕອນ ແລະ ການນຳໃຊ້ອິນເຕີເນັດ: ລະຫວ່າງອະທິປະໄຕຂອງຊາດ ແລະ ໂລກາພິວັດ”. ກອງປະຊຸມໄດ້ຈັດຂຶ້ນໂດຍການເປັນປະທານຂອງທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ, ປະທານຄະນະສະມາຊິກລັດຖະສະພາຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ (APF) ຂອງ ສປປລາວ, ໂດຍມີສະມາຊິກສະພາແຫ່ງຊາດ ທີ່ໃຊ້ພາສາຝຣັ່ງ ຈາກ ສສ.ຫວຽດນາມ, ກຳປູເຈຍ, ລາວ, ເອີຣົບ ແລະ ກອງເລຂາ APF ເຂົ້າຮ່ວມລວມທັງໝົດຈໍານວນ 50 ທ່ານ.
ກອງປະຊຸມຄັ້ງນີ້ ໂດຍການເຂົ້າຮ່ວມ ແລະ ມີຄໍາເຫັນກ່າວເປີດພິທີຢ່າງເປັນທາງການຈາກທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໂດຍທ່ານໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ຄະນະຜູ້ແທນຕ່າງປະເທດ ແລະ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ທີ່ໄດ້ຖືກນຳໃຊ້ເຂົ້າໃນທຸກຂົງເຂດວຽກງານ ທັງພາກລັດ ແລະ ເອກະຊົນ ໃນລະດັບສູນກາງຈົນຮອດທ້ອງຖິ່ນຢ່າງກວ້າງຂວາງ, ເຊິ່ງນັບມື້ນັບມີບົດບາດ ແລະ ກາຍເປັນເຄື່ອງມືທີ່ສຳຄັນຕໍ່ກັບວຽກງານບໍລິຫານລັດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ອື່ນໆ ລວມທັງການເຜີຍແຜ່ຂ່າວສານຕໍ່ສາທາລະນະຊົນ, ການພົວພັນລະຫວ່າງຄົນກັບຄົນໃນຊີວິດປະຈຳວັນ ແລະ ການພົວພັນຮ່ວມມືກັບສາກົນ. ທ່ານໄດ້ຍົກໃຫ້ເຫັນເຖິງນະໂຍບາຍຂອງ ສປປລາວ ທີ່ໄດ້ຖືເອົາວຽກງານດັ່ງກ່າວ ເປັນຂົງເຂດບຸລິມະສິດໃນການບໍລິຫານ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ການຄົ້ນຄວ້າ ແລະ ການພັດທະນາ. ພ້ອມດຽວກັນນັ້ນ, ສະພາແຫ່ງຊາດລາວ ກໍໄດ້ນຳໃຊ້ລະບົບດີຈີຕອນ ເຂົ້າໃນການເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຕ່າງໆ ແລະ ການປະຕິບັດໜ້າທີ່ຂອງຕົນ ໃຫ້ປະຊາຊົນໄດ້ຮັບຊາບທົ່ວສັງຄົມ ພ້ອມທັງຮັບຟັງ ແລະ ເກັບກຳຄວາມຄິດເຫັນຂອງປະຊາຊົນຕໍ່ບັນຫາຕ່າງໆໃນສັງຄົມ.
ໃນກອງປະຊຸມສຳມະນາ, ໄດ້ຮັບຟັງການນຳສະເໜີບົດກ່ຽວກັບການຄຸ້ມຄອງອິນເຕີເນັດ: ພັນທະສັນຍາ ແລະ ຄວາມອັນຕະລາຍຂອງພື້ນທີ່ວ່າງອັນບໍ່ມີຂອບເຂດ; ພາບລວມກ່ຽວກັບການຄຸ້ມຄອງດີຈີຕອນ ແລະ ການນໍາໃຊ້ອິນເຕີເນັດຢູ່ ສປປລາວ; ການຈັດຕັ້ງປະຕິບັດອະທິປະໄຕແຫ່ງຊາດ ໃນຍຸກສະໄໝໂລກາພິວັດ; ຄວາມໝາຍ ແລະ ບົດບາດ ຂອງລັດຖະສະພາ ຕໍ່ວຽກງານການຄຸ້ມຄອງວຽກງານດີຈີຕອນ; ບັນດາເຄື່ອງມື, ລະບຽບການ ທີ່ນໍາໃຊ້ໃນລະດັບສາກົນໃນການຄວບຄຸມວຽກງານດີຈີຕອນ ທີ່ສະເໜີໂດຍຄະນະຜູ້ແທນສະມັດຊາລັດຖະສະພາທີ່ໃຊ້ພາສາຝຣ່ັງ ແລະ ຜູ້ແທນສະພາແຫ່ງຊາດລາວ. ຫຼັງຈາກນັ້ນ, ຄະນະຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນແລກປ່ຽນສົນທະນາ ແລະ ປຶກສາຫາລືກັນກ່ຽວກັບຫົວຂໍ້ຕ່າງໆຢ່າງກົງໄປກົງມາ ແລະ ສ້າງສັນ ເຊິ່ງໄດ້ຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ເຫັນໄດ້ຜົນປະໂຫຍດ ແລະ ສິ່ງທ້າທາຍ ລວມທັງວິທີການຄຸ້ມຄອງລະບົບດີຈີຕອນ ແລະ ການນຳໃຊ້ອິນເຕີເນັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.
ກອງປະຊຸມສຳມະນາໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ແລະ ໄດ້ໃຫ້ບົດຮຽນທີ່ດີແກ່ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ເພື່ອນຳໄປສືບຕໍ່ຜັນຂະຫຍາຍໃນການປະຕິບັດຕົວຈິງ ແລະ ນຳເອົາຜົນປະໂຫຍດສູງສຸດມາໃຫ້ປະຊາຊົນຂອງແຕ່ລະປະເທດ.