ຕອນເຊົ້າ ວັນທີ 12 ສິງຫາ 2022 ຜ່ານມານີ້, ສະພາປະຊາຊົນແຂວງ ຮ່ວມກັບ ແນວລາວສ້າງຊາດ ແລະ ຄະນະໂຄສະນາອົບຮົມແຂວງໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ, ວັນຍຶດອຳນາດທົ່ວປະເທດ ຄົບຮອບ 47 ປີ ແລະ ວັນປະກາດໃຊ້ລັດຖະທຳມະນູນ ແຫ່ງຊາດ ຄົບຮອບ 31 ປີ ຂຶ້ນຢູ່ຫໍວັດທະນະທຳແຂວງ ພາຍໃຕ້ການເປັນປະທານ ແລະ ເປັນກຽດປາຖະກະຖາໂດຍທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານແນວຄິດທິດສະດີຂັ້ນແຂວງ, ມີບັນດາທ່ານການນຳແຂວງ, ການນຳສະພາປະຊາຊົນແຂວງ, ການນຳເມືອງ, ນັກປະຕິວັດອາວຸໂສ, ຕະຫຼອດຮອດພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນອ້ອມຂ້າງແຂວງເຂົ້າຮ່ວມ.


ຂ່າວ: ໄອແກ້ວ
ພາບ: ເວີນ