loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນໄຊຍະບູລີ ຈະໄດ້ພິຈາລະນາ,ຮັບຮອງເອົາ ຫຼາຍບັນຫາສຳຄັນຂອງແຂວງ

ສ.ຫ. 9, 2022 | ເຂດ 7 ໄຊ​ຍະບູລີ

ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ໄດ້ໄຂຂື້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 9 ສິງຫາ 2022 ທີ່ຫໍປະຊຸມໃຫ່ຍຂອງແຂວງໄຊຍະບູລີ ພາຍໃຕ້ການເປັນປະທານຂອງ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ເປັນກຽດເຂົ້າຮ່ວມມີທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ; ທ່ານ ປອ. ລີເບີ ລີບົວປາວ ກໍາມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ສະມາຊິກສະ ພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7; ບັນດາທ່ານຄະນະປະຈໍາພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ກໍາມະການພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ອາດີດການນໍາຂອງແຂວງ, ອາດີດສະ ມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ນັກປະຕິວັດອາວຸໂສ-ບໍານານ, ຜູ້ຊົງຄຸນວຸດທິ, ຕາງໜ້າອົງ ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ນາຍບ້ານເທດສະບານ, ນັກທຸລະກິດ ແລະ ຜູ້ປະກອບການ ທີ່ໄດ້ໃຫ້ກຽດເຂົ້າຮ່ວມ 200 ກວ່າທ່ານ.

ກອງປະຊຸມຄັ້ງນີ້, ຈະໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາ ບັນຫາສຳຄັນຂອງແຂວງດັ່ງນີ້: ຄົ້ນຄວ້າ, ພິຈາລະນາ, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳ 6 ເດືອນຕົ້ນປີ 2022 ແລະ ທິດ ທາງແຜນການ ປະຈຳ 6 ເດືອນທ້າຍປີ 2022 ຂອງແຂວງ; ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດ ໝາຍ ໃນຂົງເຂດສຶກສາທິການ ແລະ ກິລາ ເປັນຕົ້ນ ການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນທຸກສາຍ ໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ -ກາຍຍະກຳ; ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດພະຍາດໂຄວິດ 19; ບົດລາຍງານ ກ່ຽວກັບການເຄື່ອນໄຫວວຽກງານໄລຍະກອງປະຊຸມສະ ໄໝສາມັນ 2 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງ ແລະ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II; ພິເສດ, ກອງປະຊຸມຍັງຈະໄດ້ຄົ້ນຄ້ວາພິຈາລະນາ ແລະ ຮັບຮອງເອົາຮ່າງນິຕິກໍາໃຕ້ກົດໝາຍຈໍານວນ 3 ສະບັບຄື: ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍກອງທຶນເລືອດ (ສ້າງໃໝ່); ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການສ້າງຕັ້ງກອງທຶນຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບ ຕິດ(ປັບປຸງ) ແລະ ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການຄຸ້ມຄອງພັດທະນາ ແລະ ບໍລິຫານຕົວເມືອງໄຊຍະບູລີ(ປັບປຸງ) ນອກນັ້ນ, ກອງປະຊຸມ ຍັງຈະໄດ້ຮັບຟັງການປະກອບຄໍາເຫັນ ຂອງຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ ແລະ ຮັບຟັງການຂຶ້ນຊີ້ແຈງ ຂອງພາກ ສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມ ຂອງບັນດາສະມາຊິກສະພາປະຊາຊົນແຂວງ.
ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ປະ ທານສະພາປະຊາຊົນແຂວງໄດ້ຮຽກຮ້ອງມາຍັງບັນດາທ່ານ, ແຂກ, ຜູ້ແທນກອງປະຊຸມ ຈົ່ງຍົກສູງຄວາມຮັບ ຜິດຊອບ ໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນ, ພ້ອມ ກັນເຂົ້າຮ່ວມຢ່າງຕັ້ງໜ້າ, ສືບຕໍ່ໃຫ້ຄວາມຮ່ວມມື ສະໜອງຂໍ້ມູນ ຕໍ່ບັນດາເນື້ອໃນ ທີ່ນໍາມາພິຈາລະນາໃນກອງປະຊຸມ ແລະ ພ້ອມທັງນໍາໃຊ້ສິດປະຊາທິປະໄຕຂອງຕົນ ຄົ້ນຄວ້າ, ປະກອບຄໍາເຫັນຢ່າງເລິກເຊິ່ງ, ຖີ່ຖ້ວນ, ພາວະວິໄສ ເພື່ອຮັບປະກັນໃຫ້ເນື້ອໃນ ທີ່ນໍາມາ ພິຈາລະນາ, ຮັບຮອງໃນຄັ້ງນີ້ ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ກອງປະຊຸມດັ່ງກ່າວຈະໄດ້ດໍາເນີນໄປຮອດວັນທີ 12 ສິງຫາ 2022 ຈຶ່ງຈະສໍາເລັດ.
ຂ່າວ: ນີ່ຕູ່ ປະສິດທິພົງ, ອິນທີ ຂຽວສີຟ້າ