loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງ ອ່ວຍພອນກອງບັນຊາການກຳລັງປ້ອງກັນຄວາມສະຫງົບແຂວງອັດຕະປື

ມ.ສ. 3, 2023 | ເຂດ 17 ອັດ​ຕະ​ປື

ຕອນບ່າຍວັນທີ 3 ເມສາ 2023 ນີ້, ສະຫາຍ ນາງ​ ມີນາພອນ​ ໄຊສົມພູ​ ຮອງເລຂາພັກ​ແຂວງ​ ປະທານ​ສະພາປະຊາຊົ​ນແຂວງ​ ພ້ອມຄະນະ, ໄດ້ນໍາກະຕ່າຂອງຂວັນເຂົ້າອ່ວຍພອນຄະນະພັກ, ຄະນະບັນຊາກອງບັນຊາການກຳລັງປ້ອງ ກັນຄວາມສະຫົງບ ແຂວງອັດຕະປື,  ເນື່ອງໃນໂອກາດວັນສ້າງຕັ້ງກອງບັນຊາການກຳລັງປ້ອງກັນຄວາມສະຫົງບໄດ້ໜູນວຽນມາບັນຈົບຄົບຮອບ 62 ປີ (05 ເມສາ 1961 -05 ເມສາ 2023) ແລະ ວັນສ້າງຕັ້ງກອງບັນຊາການກຳລັງປ້ອງກັນຄວາມສະຫົງບ ແຂວງອັດຕະປື ຄົບຮອບ 59 ປີີ (05 ເມສາ 1964-05 ເມສາ 2023) ໂດຍການຕ້ອນຮັບຂອງສະຫາຍ ພົນຈັນຕະວາ  ສີເວີນ  ແກ້ວສີວົງສາ ກຳມະການພັກແຂວງ ຫົວໜ້າກອງບັນຊາການກຳລັງປ້ອງກັນຄວາມສະຫົງບ ແຂວງອັດຕະປື ພ້ອມຄະນະ.

ສະຫາຍ ນາງ​ ມີນາພອນ​ ໄຊສົມພູ​ ຖືໂອກາດນີ້​ຕາງຫນ້າຄະນະນໍາສະພາປະຊາຊົນແຂວງ ແລະ​ ປະຊາຊົນລາວບັນດາເຜົ່າຊາວແຂວງອັດຕະປື​ ສະແດງຄວາມຊົມເຊີຍມາຍັງຄະນະພັກ,​ຄະນະບັນຊາກອງບັນຊາການກຳລັງປ້ອງກັນຄວາມສະຫງົບແຂວງ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ​ ແລະ​ ການປະກອບສ່ວນອັນສໍາຄັນໃນການປົກປັກຮັກສາ ແລະ​ ສ້າງສາພັດທະນາປະເທດຊາດ​ ກໍຄືແຂວງອັດຕະປື,​ເຫັນໄດ້ ພາລະກິດ ຂອງກຳລັງ ປກສ ໃນຍຸກໃໝ່ ແມ່ນຕ້ານກົນອຸບາຍຂອງກຸ່ມຄົນບໍ່ດີ ທີ່ມີເຈດຕະນາຕໍ່ປະເທດຊາດ ກໍຄືແຂວງ ອັດຕະປືຂອງພວມເຮົາ ແລະ ຍັງຕ້ອງສ້າງສັງຄົມໃຫ້ມີຄວາມສະຫງົບປອດໄພ, ສ້າງສະພາບແວ້ດລ້ອມໃຫ້ປະຊາຊົນ ມີຄວາມອຸ່ນອ່ຽງໃຈໃນການດຳລົງຊີວິດ, ການທຳມາຫາກີນຢ່າງສະຫງົບສັນຕິ,​ ເປັນເຈົ້າການເອົາໃຈໃສ່ຊຸກຍູ້ພໍ່ແມ່ປະຊາຊົນໃຫ້ເປັນເຈົ້າການຕົນເອງ ແລະ ປະຕິບັດກົດລະບຽບໃນການດຳລົງຊີວິດ ເຮັດໃຫ້ທົ່ວສັງຄົມມີຄວາມສະຫງົບຢ່າງຕໍ່ເນື່ອງ.

ພ້ອມນີ້ ສະຫາຍ ພົນຈັນຕະວາ ສີເວີນ ແກ້ວສີວົງສາ ກ່າວສະແດງຄໍາຂອບໃຈ ນໍາສະພາປະຊາຊົນແຂວງ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ທາງປະຫວັດສາດ ຂອງວຽກງານກຳລັງ ປກສ ທີ່ໄດ້ນຳພາຄະນະມາອ່ວຍພອນໃນວັນສຳຄັນວັນສ້າງຕັ້ງກຳລັງ ປກສ ຄົບຮອບໃນຄັ້ງນີ້.

(ວິນັດ)