loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງ ປາຖະກາຖາເອກະສານມູນເຊື້ອ ວັນສໍາຄັນຂອງພັກ-ຂອງຊາດ

ມ.ສ. 26, 2022 | ເຂດ 9 ຊຽງ​ຂວາງ

ໃນ​ວັນ​ທີ 4 ​ເມສາ 2022 ຢູ່​ທີ່​ຫ້ອງ​ປະຊຸມ​ສະພາ​ປະຊາຊົນ​ແຂວງ​ຊຽງຂວາງ ​ໄດ້ປາຖະກາ​ຖາ​​ເອກະສານມູນ​ເຊື້ອ ວັນສໍາຄັນ​ຂອງ​ພັກ-ຂອງ​ຊາດ ​ໂດຍ​ການ​ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ວຽງ​ໄຊ ສີວິ​ໄລ ຄະນະ​ປະ​ຈໍາ​-ຮອງ​ປະທານ​ສະພາ​ປະຊາຊົນ​ແຂວງ, ມີ​ຄະນະ​ປະ​ຈໍາ​ສະພາ​ປະຊາຊົນ​ແຂວງ, ປະທານ-​ຮອງ​ປະທານ​ຄະນະ​ກໍາມະການ, ຄະນະ​ເລຂາທິການ, ຫົວໜ້າ-ຮອງ​ຫົວໜ້າຂະ​ແໜງ ​ແລະ ພະນັກງານ​ສະພາ​ປະຊາຊົນ​ແຂວງ​ເຂົ້າ​ຮ່ວມ.

​ ​ເອກະສານ​ທີ່​ນໍາ​ມາ​ປາຖະ​ກາ​ຖາ​ໃນ​ຄັ້ງ​ນີ້​ມີ: ​ເອກະ​ສານ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 67 ປີ, ​ເອກະສານ​ວັນ​ນັກຮົບ​ເສຍ​ອົງຄະ​ ​ແລະ ​ເສຍສະຫຼະຊີວິດ​ເພື່ອ​ປະ​ເທດ​ຊາດ ​ແລະ ຜ່ານ​ມະຕິ​ກອງ​ປະຊຸມ​ລັດຖະບານ​ສະ​ໄໝສາມັນ ປະ​ຈໍາ​ເດືອນ​ກຸມພາ ປີ 2022. ຈຸດປະສົງ​ໃນ​ການ​ປະ​ຖະກາ​ຖາ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ເຮັດ​​ໃຫ້​ພະນັກງານ​-ລັດຖະກອນ​ສະພາ​ປະຊາຊົນ​ແຂວງ ​ໄດ້​ຮັບ​ຮູ້ ​ແລະ ​ເຊື່ອ​ມຊືມມູນ​ເຊື້ອປະຫວັດ​ສາດ, ວິລະ​ກໍາ​ຕໍ່ສູ້​ອັນ​ອົງອາດ​ກ້າຫານ​ເຫັນ​ໄດ້ຜົນ​ງານ ​ແລະ ​ໄຊຊະນະ​ອັນ​ໃຫຍ່ຫຼວງຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ທີ່​ຍາດ​ມາ​ໄດ້​ຕະຫຼອດ​ໄລຍະ 67 ປີ ທີ່​ຜ່ານ​ມາ​​ໃຫ້​ກໍາ​ໄດ້ຢ່າງ​ເລິກ​ເຊິ່ງ, ​ເປັນ​ການ​ສຶກສາ​ອົບ​ຮົບ​ໃຫ້​ພະນັກງານ​ສືບ​ຕໍ່​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ມູນ​ເຊື້ອ​ອົງອາດ​ກ້າຫານ, ມູນ​ເຊື້ອ​ຄວາມ​ສາມັກ​ຄີ​ຂອງ​ປະຊາຊົນ​ລາວ​ທີ່​ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ ​ແລະ ພ້ອມ​ກັນ​ນັ້ນ, ກໍ​ຖື​ເອົາ​​ໂອກາດ​ດັ່ງກ່າວ​ປຸກລະດົມ​ສ້າງ​ໃຫ້​ມີ​ຂະ​ບວນການ ​ເປັນ​ຕົ້ນ​ແມ່ນ ​ເຮັດວຽກປ້ອງ​ກັນຊາ​ດ, ​ປ້ອງກັນ​ຄວາມ​ສະຫງົບ, ສ້າງ​ໃຫ້​ມີ​ຂະ​ບວນການ​ພັດ​ທະນາ​ເສດ​ຖະກິດ-​ສັງຄົມ​ກໍ​ຄື​ການ​ພັດທະນາ​ຄວາມ​ຮູ້​ສາມາດ, ດ້ານ​ສີ​ລະ​ປະ ​ແລະ ອື່ນໆ ​ເພື່ອ​ປະກອບ​ສ່ວນເຂົ້າ​ການ​ປະຕິບັດ​ວຽກງານ​ຕົວ​ຈິ່ງ​ໃຫ້​ໄດ້​ສໍາ​ເລັດ​ຜົນ​ຕາມ​ລະດັບ​ຄາດໝາຍທີ່​ວາງ​ໄວ້ ​ແລະ ​ເພື່ອສ້າງ​ຜົນງານ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 67 ປີ.

​ໃນ​ຕອນ​ທ້າຍ ທ່ານ ວຽງ​ໄຊ ສີວິ​ໄລ ​ໄດ້​ມີ​ຄໍາ​ເຫັນ​​ໂອ້ລົມ​ຕໍ່​ພິທີ ​ເຊິ່ງທ່ານໄດ້​ໃຫ້​ພະນັກງານ​ສະພາ​ປະຊາຊົນ​ແຂວງ ຈົ່ງ​ສືບ​ຕໍ່​ພັດທະນາ​ຕົນ​ເອງ​ໃນ​ການ​ການ​ຊອກ​ຮູ້​ຮໍ່​າຮຽນວຽກງານ​ຈາກ​ດ້ານ​ຕ່າງໆ ​ເພື່ອ​ນໍາ​ໃຊ້​ເຂົ້າ​ວຽກງານ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ, ສືບ​ຕໍ່​ຂະຫຍາຍ​ສະມາຊິກ​ພັກ, ກໍ່ສ້າງ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ,  ​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະຕິບັດໜ້າທີ່​ວຽກງານ​ຂອງ​ຕົນ ​ໃຫ້​ຖືກຕ້ອງ​ຕາມ​ຂັ້ນ​ເທິງ​ວາງ​ອອກ ​ແລະ ຮັກສາ​ມູນ​ເຊື້ອ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ດີ​ຂຶ້ນ​ກວ່າ​ເກົາ.

ສະພາປະຊາຊົນແຂວງຊຽງຂວາງ

ຂ່າວ​​​ໂດຍ: ນາງ ສຸກສະຫວັນ ອິນທະແສງ