loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງ ທາບທາມຮ່າງກົດໝາຍຈໍານວນ 4 ສະບັບ

ພ.ພ. 31, 2022 | ເຂດ 9 ຊຽງ​ຂວາງ

ໃນວັນທີ 30 ພຶດສະພາ 2022 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມທາບທາມຮ່າງກົດໝາຍ 4 ສະບັບປັບປຸງ ​ແລະ ສ້າງ​ໃໝ່ ທີ່ຈະນໍາເຂົ້າພິຈາລະນາ, ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX  ໂດຍການເປັນປະທານຂອງ ທ່ານ ນາງ ສົມພອນ ໂສພິລາວັນ ຮອງປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມຂອງຄະນະປະຈໍາສະພາປະຊາຊົນແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກກົມກອງທີ່ກ່ຽວຂ້ອງ, ປະທານ-ຮອງປະທານຄະນະກໍາມະການສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານສະພາປະຊາຊົນແຂວງເຂົ້າຮ່ວມ.

ເພື່ອຮັບປະກັນໃຫ້ເນື້ອໃນຂອງຮ່າງກົດໝາຍ 4 ສະບັບມີເນື້ອໃນຄົບຖ້ວມ ແລະ ຮັດກຸມທີ່ຈະນໍາເຂົ້າພິຈາລະນາ, ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີຈະເປີດຂຶ້ນໃນເດືອນມິຖຸນາ 2022. ໃນທີ່ປະຊຸມ ທ່ານ ເກົ້າມົວ ຊົວໂກ້ ປະທານຄະນະກໍາມະການຍຸດຕິທໍາ ແລະ ປກຊ-ປກສ ໄດ້ຜ່ານບັນດາຮ່າງກົດໝາຍຈໍານວນ 4 ສະບັບຄື: ຮ່າງກົດໝາຍວ່າດ້ວຍຊັບສິນຂອງລັດ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ (ສ້າງໃໝ່), ຮ່າງກົດໝາຍວ່າດ້ວຍວິຈິດສິນ (ສ່າງໃໝ່) ແລະ ຮ່າງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ(ສະບັບປັບປຸງ). ​ໃນ​ກອງປະຊຸມບັນດາ​ຜູ້​ແທນ​ກອງ​ປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳເຫັນຢ່າງກົງໄປກົງມາ ໂດຍມີການປັບປຸງຕໍ່ເນື້ອໃນຂອງຫຼາຍມາດຕາ ຂອງ​ຮ່າງ​ກົດໝາຍ 4 ສະບັບ ເພື່ອເຮັດໃຫ້ມີຄວາມຄົບຖ້ວນ, ຮັດກຸມ ເພື່ອລາຍງານຕໍ່ສະພາແຫ່ງຊາດ ແລະ ສາມາດນຳເຂົ້າພິຈາລະຮັບຮອງໃນກອງປະຊຸມສະ  ໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຢ່າງມີປະສິດທິຜົນ.

ໂອກາດດັ່ງກ່າວ ທ່ານ ນາງ ສົມ​ພອນ ​ໂສ​ພິລາ​ວັນ  ​ໄດ້​ຍ້ອງ​ຊົມ​ເຊີຍ​ຕໍາ​ບັນດາ​ຜູ້ແທນ​ກອງ​ປະຊຸມສຸມສະຕິປັນຍາໃນການຄົ້ນຄວ້າ, ປະກອບ​ຄໍາຄິດ​ເຫັນ​ ໂດຍລົງເລິກບັນຫາທີ່ພົວພັນກັບຄວາມຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ ເນື້ອໃນຂອງກົດໝາຍ ມີຄວາມສອດຄ່ອງກັບລັດຖະທຳມະນູນ ​ແລະ ກົດໝາຍ, ເປັນການຄົ້ນຄວ້າເນື້ອໃນຂອງຮ່າງກົດ    ໝາຍຢ່າງລະອຽດ, ຮອບດ້ານ ແນໃສ່ເຮັດໃຫ້ຮ່າງກົດໝາຍມີເນື້ອໃນທີ່ຄົບຖ້ວນ, ຮັດກຸມ ແລະ ສາມາດນຳເຂົ້າພິຈາລະ ນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ​ໃຫ້​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ.

ສະພາປະຊາຊົນແຂວງຊຽງຂວາງ

ຂ່າວ​​ໂດຍ: ນາງ ສຸກສະຫວັນ ອິນທະ​​ແສງ