loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງເຜີຍແຜ່ເອກະສານສໍາຄັນຂອງພັກ-ຂອງຊາດ

ກ.ພ. 15, 2022 | ເຂດ 9 ຊຽງ​ຂວາງ

         ໃນວັນທີ 10 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງໄດ້ເຜີຍແຜ່ເອກະສານວັນສໍາຄັນຂອງພັກ-ຂອງຊາດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາຊົນແຂວງ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ປະທານ-ຮອງປະທານຄະນະກໍາມະການ, ຄະນະໜ່ວພັກສະພາ​ປະຊາຊົນ​ແຂວງ, ຄະນະເລຂາທິການ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານສະພາປະຊາຊົນແຂວງເຂົ້າຮ່ວມ.
  ໃນທີ່ປະຊຸມບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຄະນະໜ່ວຍພັກ ແລະ ຄະນະໜ່ວຍກຳມະບານສະພາປະຊາຊົນແຂວງ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ເອກະສານສໍາຄັນຂອງພັກ-ຂອງຊາດເປັນຕົ້ນແມ່ນ: ມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກໍາມະບານລາວ ວັນທີ 1 ກຸມພາ 1956-1 ກຸມພາ 2022ຄົບຮອບ 66 ປີ, ຜັນຂະຫຍາຍຜົນສໍາເລັດຂອງການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງນໍາໂດຍປະທານສະພາແຫ່ງຊາດລາວ ແລະ ຜົນການພົບປະທາງໄກລະຫວ່າງປະທານສະພາແຫ່ງຊາດລາວ ແລະ ປະທານສະພາສູງລັດເຊຍ, ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວຄົບຮອບ 73 ປີ, ມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານແຂວງຊຽງຂວາງ ແຕ່ປີ 1978-2022 ເພື່ອເຮັດ​ໃຫ້ພະນັກງານ-ລັດຖະກອນສະພາປະຊາຊົນແຂວງໄດ້ຮັບຮູ້, ເຂົ້າໃຈກ່ຽວກັບ, ພາລະບົດບາດ, ສິດ, ໜ້າທີ່, ມູນເຊື້ອ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ, ເປັນການປຸກລະດົມສ້າງຂະບວນການໃນການປະຕິບັດໜ້າທີວິຊາສະເພາະ, ມີລະບຽບວິໄນໃນການອອກແຮງງານ ແລະ ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າໂດຍຕິດພັນກັບຂໍ້​ແຂ່ງຂັນຮັກຊາດ ແລະ ພັດທະນາ, ນອກຈາກນັ້ນ ຍັງເປັນການຫວນຄືນມູນເຊື້ອປະຫວັດສາດ, ວິລະກໍາຕໍ່ສູ້ອັນອົງອາດກ້າແກ່ນ, ເຫັນໄດ້ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງຂອງກອງທັບປະຊາຊົນລາວທີ່ຍາດມາໄດ້ຕະຫຼອດໄລຍະ73 ປີ, ພ້ອມກັບການເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນດີງາມຂອງກອງທັບປະຊາຊົນປະຕິວັດລາວ ເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງກໍຄືແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີIX ຂອງລັດໃຫ້ປະກົດຜົນເປັນຈິງ.

         ໃນທີປະຊຸມ ທ່ານ ບຸນໂຮມ ເທດທານີ ຍັງມີຄໍາເຫັນໂອ້ລົມຕໍ່ພະນັກງານສະພາປະຊາຊົນແຂວງ ​​ໃຫ້​ປະຕິບັດ​ວຽກງານ​ຕາມຫຼັກລວມສູນ​ປະຊາທິປະ​​ໄຕ, ມີ​ແບບ​ແຜນ​ວິທີ​ເຮັດ​ວຽກຢ່າງ​ຈະ​ແຈ້ງ, ​ເອົາ​ໃຈ​ໃສ່​ຊອກ​ຫາ​ຄວາມ​ຮູ້ ​ເພື່ອ​ມາ​ພັດທະນາ​ຕົນ​ເອງ, ຮັກສາ​ມູນ​ເຊື້ອ​ຄວາມສາມັກຄີ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ພາຍ​ໃນ​ໃຫ້​ແໜ້ນ​ແຟ້ນ.

ສະພາ​ປະຊາຊົນ​ແຂວງ​ຊຽງຂວາງ
ຂ່າວ​ໂດ​ຍ: ນາງ ສຸກ​ສະຫວັນ ອິນທະ​ແສງ