ສະພາປະຊາຊົນແຂວງອຸດົມໄຊ ຖະແຫລງ ການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຊຸດທີ V.

ມ.ສ. 27, 2026

ທ່ານ ທອງໄຊ ທໍ່ຈົງເລ່ຍຈີ, ຮັກສາການ ຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງ ( ສພຂ ) ໄດ້ຖະແຫລງ ກ່ຽວກັບການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນຂັ້ນແຂວງ ເຊິ່ງລາຍລະອຽດມີດັ່ງນີ້;
ສະພາປະຊາຊົນແຂວງ ຈະໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະ ພາປະຊາຊົນແຂວງ ຊຸດທີ V ຂຶ້ນໃນລະຫວ່າງ ວັນທີ 2-3 ເມສາ 2026 ໃຊ້ເວລາ 1 ວັນເຄິ່ງ, ຢູ່ທີ່ສະໂມສອນຂອງແຂວງ(ບ້ານເຈງ).
ກອງປະຊຸມຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນຍິ່ງ ເພາະເປັນກອງປະຊຸມຄັ້ງທໍາອິດ ແລະ ເປັນການເລີ່ມຕົ້ນການເຄື່ອນໄຫວປະຕິບັດພາລະບົດບາດສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຢ່າງເປັນທາງການ. ໃນວາລະດໍາເນີນກອງປະຊຸມ, ບັນດາທ່ານສະພາປະຊາຊົນແຂວງ ຈະໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ເຊິ່ງມີລະອຽດດັ່ງນີ້:
1. ຮັບຟັງການລາຍງານ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບຜົນການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະ ຂອງສະມາຊິກສະພາແຫ່ງຊາດ ຊຸດທີ X, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V;
2. ພິຈາລະນາ ແລະ ຮັບຮອງເອົາບັນດາກົງຈັກ ແລະ ບຸກຄະລາກອນ ເປັນຕົ້ນ:
2.1 ພິຈາລະນາ ແລະ ຮັບຮອງເອົາບັນດາກົງຈັກ ແລະ ບຸກຄະລາກອນຂອງສະພາປະຊາ ຊົນແຂວງ ຊຸດທີ V:
1) ເລືອກຕັ້ງເອົາ ປະທານສະພາປະຊາຊົນແຂວງ ຊຸດທີ V ຕາມການສະເໜີຂອງຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ IV;
2) ເລືອກຕັ້ງເອົາບັນດາ ຮອງປະທານສະພາປະຊາຊົນແຂວງ ຊຸດທີ V ແລະ ຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ V ຕາມການສະເໜີຂອງປະທານສະພາປະຊາຊົນແຂວງ ຊຸດທີ V;
3) ພິຈາລະນາ, ຮັບຮອງໂຄງປະກອບກົງຈັກຂອງສະພາປະຊາຊົນແຂວງ ຊຸດທີ V ແລະ ການແຕ່ງຕັ້ງບັນດາປະທານຄະນະກໍາມະການ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຕາມການສະເໜີຂອງ ຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ V.
2.2 ພິຈາລະນາ, ຮັບຮອງເອົາໂຄງປະກອບບຸກຄະລາກອນຂອງຄະນະກໍາມະການປົກຄອງແຂວງ ດັ່ງນີ້:
1) ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງຮອງປະທານຄະນະກໍາມະການປົກຄອງແຂວງ;
2) ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງປະທານອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນແຂວງ;
3) ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງບຸກຄະລາກອນຂອງຄະນະກໍາມະການປົກ ຄອງແຂວງ ຈໍານວນ 3 ທ່ານ.
3. ພິຈາລະນາ, ຮັບຮອງເອົາ ບົດລາຍງານຂອງຄະນະກໍາມະການປົກຄອງແຂວງ ດັ່ງນີ້:
1) ພິຈາລະນາ, ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດປະຈຳ 5 ປີ(2026-2030) ຂອງຄະນະກໍາມະການປົກຄອງແຂວງ;
2) ພິຈາລະນາ, ຮັບຮອງເອົາ ແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 5 ປີ(2026-2030) ຂອງຄະນະກໍາມະການປົກຄອງແຂວງ;
4. ພິຈາລະນາ, ຮັບຮອງເອົາ ບົດລາຍງານຂອງອົງການກວດສອບປະຈໍາພາກເໜືອ II, ອົງການກວດກາລັດແຂວງ, ສານປະຊາຊົນແຂວງ ແລະ ອົງການໄອະຍະການປະຊາຊົນແຂວງ ດັ່ງນີ້:
1) ພິຈາລະນາ, ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ ຂອງອົງການກວດສອບປະຈໍາພາກເໜືອ II, 5 ປີ(2026-2030);
2) ພິຈາລະນາ, ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ ຂອງອົງການກວດກາລັດແຂວງ 5 ປີ(2026-2030);
3) ພິຈາລະນາ, ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ ຂອງສານປະຊາຊົນແຂວງ 5 ປີ(2026-2030);
4) ພິຈາລະນາ, ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ ຂອງອົງການໄອຍະການປະຊາຊົນແຂວງ 5 ປີ(2026-2030).
5. ພິຈາລະນາ, ຮັບຮອງເອົາ ບົດລາຍງານ ຂອງສະພາປະຊາຊົນແຂວງ:
1) ພິຈາລະນາ, ຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານ 5 ປີ(2026-2030) ຂອງສະພາປະຊາຊົນແຂວງ ຊຸດທີ V.
6. ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຊຸດທີ V ຈະໄດ້ອອກເປັນມະຕິກອງປະຊຸມ, ຈໍານວນທັງໝົດ 13 ສະບັບ.
ກອງປະຊຸມຍັງຈະໄດ້ຮັບຟັງການປະກອບຄໍາເຫັນ ຂອງຄະນະປະຈໍາສະພາປະຊາຊົນແຂວງ ແລະ ສະມາຊິກສະພາປະຊາຊົນແຂວງ ຕໍ່ບົດລາຍງານການເຄື່ອນໄຫວວຽກງານຕ່າງໆ ທີ່ ນໍາມາຜ່ານກອງປະຊຸມ ແລະ ຈະໄດ້ຮັບຟັງການຊີ້ແຈງຈາກອົງການທີ່ກ່ຽວຂ້ອງ.
ທັງໝົດນັ້ນ, ແມ່ນບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງຢູ່ໃນກອງປະຊຸມຄັ້ງນີ້. ອີກເທື່ອໜຶ່ງ, ໃນນາມຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ ຂໍເຊີນຊວນມາຍັງບັນດາທ່ານ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ ຕະຫຼອດຮອດພໍ່-ແມ່ພີ່ນ້ອງປະຊາຊົນບັນດາເຜົ່າ ໃນທົ່ວແຂວງອຸດົມໄຊ, ຈົ່ງພ້ອມກັນຕິດຕາມການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຊຸດທີ V ຄັ້ງນີ້ ແຕ່ຕົ້ນຕະຫຼອດປາຍຜ່ານສື່ຕ່າງໆ.
ພ້ອມກັນນີ້, ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ຕະຫຼອດໄລຍະການດຳເນີນກອງປະຊຸມຄັ້ງປະ ຖົມມະລືກ ຂອງສະພາປະຊາຊົນແຂວງ ຊຸດທີ V, ຫ້ອງວ່າການສະພາປະຊາຊົນແຂວງ ໄດ້ເປີດໂທ ລະສັບສາຍດ່ວນ(081 156 ໂດຍບໍ່ເສຍຄ່າ ຫຼື ຈະສົ່ງເປັນລາຍລັກອັກສອນມາທາງສະພາປະຊາຊົນແຂວງ ຕັ້ງຢູ່ບ້ານນາເລົາ, ເມືອງໄຊ, ແຂວງອຸດົມໄຊ ໃນໂມງລັດຖະການ) ເພື່ອຮັບເອົາຄໍາຄິດເຫັນ ແລະ ຄໍາສະເໜີຂອງປະຊາຊົນບັນດາເຜົ່າ ມາຍັງກອງປະຊຸມ, ກ່ຽວກັບບັນຫາທີ່ພົວພັນເຖິງການຄຸ້ມຄອງບໍລິຫານລັດ ຂອງສະມາຊິກຄະນະກໍາມະການປົກຄອງແຂວງ, ການພັດທະນາເສດຖະກິດ-ສັງ ຄົມຂອງແຂວງ, ການພັດທະນາທີ່ມີຜົນກະທົບຕໍ່ສັງຄົມ, ສິ່ງແວດລ້ອມ ແລະ ບັນຫາອື່ນໆ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.