
ຕອນເຊົ້າຂອງວັນພະຫັດ, ວັນທີ 14 ກັນຍາ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ສະພາປະຊາຊົນແຂວງອຸດົມໄຊ ໄດ້ເຂົ້າຮ່ວມເຄື່ອນໄຫວຕິດຕາມກວດກາ ຮ່ວມກັບ ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິງແວດລ້ອມ ສະພາແຫ່ງຊາດ, ໂດຍການເປັນປະທານຮ່ວມຂອງທ່ານ ຄໍາມ່ວນ ຊົມສີຫາປັນຍາ ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິງແວດລ້ອມ ສະພາແຫ່ງຊາດ ແລະ ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາແຫ່ງຊາດ, ບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ພະແນກການອ້ອມຂ້າງຂົງເຂດເສດຖະກິດ, ຄະຮັບຜິດຊອບຈາກສະພາແຫ່ງຊາດ ແລະ ຂະແໜງກ່ຽວຂ້ອງພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ.




ຫລັງຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໄດ້ມີຄໍາຄິດຄໍາເຫັນແລກປ່ຽນ ແລະ ປຶກສາຫາລືກັນ ກ່ຽວກັບບັນດາເນື້ອໃນຂອງບົດລາຍງານ ແລະ ການຈັດຕັ້ງປະຕິບັດວຽກງານຕ່າງໆໄລຍະຜ່ານມາ ຢ່າງກົງໄປກົງມາ ເພື່ອເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກຕ່າງໆ ແລະ ເພື່ອເປັນການຊອກຫາວິທີ່ທາງແກ້ໄຂບັນຫາທີ່ເກີດຂຶ້ນ ໃຫ້ດີກວ່າເກົ່າ.

ພາບ/ຂ່າວ: ສະພາປະຊາຊົນແຂວງ.