loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງອຸດົມໄຊ ຮັບເຄື່ອງຊ່ວຍເຫຼືອຈາກທ່ານ ນາງ ກິ່ງຄໍາ ຜິວວັນນາ ຄອບຄົວເຈົ້າເມືອງເມືອງຫົງສາ.

ມ.ຖ. 1, 2022 | ເຂດ 4 ອຸດົມໄຊ

ຕອນບ່າຍຂອງວັນຈັນທີ 28 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ມີພິທີມອບເຄື່ອງຊ່ວຍເຫຼືອຈາກທ່ານ ນາງ ກິ່ງຄໍາ ຜິວວັນນາ ຄອບຄົວເຈົ້າເມືອງເມືອງຫົງສາ ໃຫ້ທາງສະພາປະຊາຊົນແຂວງເພື່ອນໍາໄປມອບໃຫ້ໂຮງຮຽນ ແລະ ປະຊາຊົນຢູ່ເມືອງງາ, ແຂວງອຸດົມໄຊ.
ຕາງໜ້າມອບໂດຍແມ່ນທ່ານ ດຣ ນາງ ສິດທິວອນ ຫົງສາຄອນ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງງາ ແລະ ຕາງໜ້າຮັບໂດຍແມ່ນທ່ານ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານ ສະພາປະຊາ ຊົນແຂວງ, ມີບັນດາທ່ານໃນຄະນະປະຈໍາ ສພຂ ແລະ ຄະນະເລຂາທິການ ສພຂ ເຂົ້າຮ່ວມ.
ສໍາລັບເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ: ໂທລະໂຄ່ງ 1 ຊຸດເພື່ອນຳໄປມອບໃຫ້ບ້ານພູສູງນ້ອຍ ແລະ ຄອມພີວເຕີຕັ້ງໂຕະ 1 ຊຸດເພື່ອນຳໄປມອບໃຫ້ໂຮງຮຽນມັດທະຍົມຕອນຕົ້ນບ້ານ    ແກ່ວ, ລວມມູນຄາເຄື່ອງທີ່ມອບທັງໝົດ: 8.700.000 ກີບ.
(📸✍️: ແສງພອນ ອິນນະລົງ).
440
จำนวนคนที่เข้าถึง
58
จำนวนการมีส่วนร่วม
โปรโมทโพสต์
<img class="j1lvzwm4" role="presentation" src="data:;base64, ” width=”18″ height=”18″ />
16
แชร์ 1 ครั้ง
ถูกใจ

แสดงความคิดเห็น
แชร์