
ວັນທີ 1 ກັນຍາ 2022, ທ່ານ ຄໍາເຜີຍ ງອນວັນ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນປະຈໍາເຂດເລືອກຕັ້ງເມືອງນາໝໍ້, ມີຄະນະປະຈໍາສະພາປະຊາຊົນແຂວງ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງນາໝໍ້ ພ້ອມດ້ວຍຄະນະ ໄດ້ລົງມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ປະຊາຊົນຜູ້ປະສົບໄພພິບັດນໍ້າຖ້ວມຢູ່ເມືອງນາໝໍ້. ເຄື່ອງທີ່ມາມອບໃນຄັ້ງນີ້ ແມ່ນໄດ້ຈາກການລະດົມຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ, ສະມາຊິກສະພາປະຊາຊົນ ແລະ ພະນັກງານສະພາປະຊົນແຂວງ. ເພື່ອບັນເທົາທຸກ, ແກ້ໄຂອັນຈຳເປັນທີ່ສຸດ ໃຫ້ຄອບຄົວທີ່ຖືກຜົນກະທົບຮ້າຍແຮງກວ່າໝູ່ ມີ ບ້ານປາງດູ, ບ້ານນໍ້າແຊ ແລະ ບ້ານຫ້ວຍອອນ.










ພາບ/ຂ່າວ: ສພຂ