


ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ນໍ້າດື່ມ, ໝີ, ເກືອແປ້ງນົວ, ເກີບ, ແຟັບສະບູ ແລະ ຢາຖູແຂ້ວ ລວມມູນຄາທັງໝົດປະມານ 10 ລ້ານກວ່າກີບ ແລະ ໄດ້ຈັດມອບໃຫ້ຄອບຄົວທີ່ຖືກນໍ້າພັດເຮືອນໄຫລ 51 ຫຼັງຄາໃນຈໍານວນ 9 ບ້ານຄື: ບ້ານສາມັກຄໄຊ, ບ້ານໂພນໄຊ, ບ້ານຫ້ວຍຫຼາ, ປາກກໍ ແລະ ບ້ານອື່ນໆ




ໂອກາດດັ່ງກ່າວ ທ່ານ ຄໍາດີ ວົງລ້ອມ ປະທານສະພາປະຊາຊົນແຂວງ ໄດ້ມີຄໍາເຫັນກ່ອນອື່ນທ່ານໄດ້ສະແດງ ຄວາມເສຍໃຈ ແລະ ຢ້ຽມຢາມຖາມຂ່າວ ຄອບຄົວທີ່ຖືກຜົນກະທົບ ແລະ ເຫດການທີ່ເກີດຂື້ນ ແລະ ໄດ້ລະດົມວັດຖຸປັດໃຈ ຈາກສະພາແຫ່ງຊາດ ໄດ້ຈໍານວນ 20 ລ້ານກວ່າກີບ(ເພື່ອນໍາໄປຊື້ເຂົ້າສານ), ຖົງມືຈໍານວນ 300 ຄູ່ ເພື່ອນນໍາໄປມອບໃຫ້ກໍາລັງທີ່ໄປຊ່ວຍອານາໄມ ແລະ ຟື້ນຟູ ເຮືອນຊານບ້ານຊອງ.

