loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງຫລວງນ້ຳທາ ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງວຽງພູຄາ

ມ.ຖ. 11, 2022 | ເຂດ 3 ຫຼວງນ້ຳ​ທາ

ໃນລະຫວ່າງວັນທີ 10 ກຸມພາ 2022 ນີ້ ທ່ານ ຄຳຟອງ ອິນມານີ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ ໄດ້ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ ສະໂມສອນເມືອງວຽງພູຄາ ແຂວງຫລວງນ້ຳທາ ໃຫ້ກຽດເຂັ້າຮ່ວມຮັບຟັງມີ ເລຂາພັກເມືອງ, ຮອງເລຂາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ ອ້ອມຂ້າງເມືອງ ເຂົ້າຮ່ວມທັງໝົດ 125 ຄົນ, ຍິງ 35 ຄົນ.

 

ເພື່ອປະຕິບັດຕາມພາລະບົດບາດສິດ ແລະ ຜົນປະໂຫຍດອັນຊອບທໍາໃນການເປັນຕົວແທນຂອງປະຊາຊົນບັນດາເຜົ່າ, ໂອກາດລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໄດ້ຮັບຟັງການລາຍງານສະພາບລວມຂອງເມືອງ ໂດຍຫຍໍ້ ພ້ອມນັ້ນ ໄດ້ຮັບຟັງເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ2 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາ, ຮັບຮອງເອົາບັນຫາສຳຄັນຂອງປະເທດຊາດລວມທັງໝົດ 11 ບັນຫາ ແລະ ໄດ້ຮັບຟັງການເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ II ເຊິ່ງໄດ້ຄົ້ນຄວ້າ, ພິຈາລະນາ, ຮັບຮອງ ເອົາບັນຫາສຳຄັນຂອງແຂວງ ລວມທັງໝົດມີ 6 ບັນຫາ ພ້ອມດຽວກັນ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສະເໜີຂໍ້ຂ້ອງໃຈ, ບັນຫາທີ່ພົບຄວາມຫຍຸ້ງຍາກຕ່າງໆ ພາຍໃນເມືອງ  ເພື່ອຈະໄດ້ນຳເອົາຄຳສະເໜີດັ່ງກ່າວໄປນຳສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງຂັ້ນເທີງແກ້ໄຂຕາມຄວາມເໝາະສົມ.

 

ໂອກາດນີ້ ທ່ານ ຄຳຟອງ ອິນມານີ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ຍັງໄດ້ໂອ້ລົມ ແລະ ເນັ້ນໜັກບັນຫາທີ່ເປັນປະກົດການຫຍໍ້ທໍ້ພາຍໃນເມືອງ, ຮຽກຮ້ອງໃຫ້ພະນັກງານ-ລັດຖະກອນ ຈົ່ງພ້ອມກັນຈັດຕັ້ງປະຕິບັດຕາມລະບຽບກົດໝາຍຂອງພັກ-ລັດ ຢ່າງເຂັ້ມງວດ, ໃຫ້ສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນ ພ້ອມກັນພັດທະນາຄອບຄົວ ແລະ ເມືອງຂອງຕົນ ກໍຄືພັດທະນາປະເທດຊາດ, ໃຫ້ມີຄວາມຈະເລີນສີວິໄລ.

 

ຂຽນໂດຍ ນາງ ວັນນີ ແຝງບົວວັນ