loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງວຽງຈັນ ຈັດພິທີປາຖະກະຖາວັນສໍາຄັນຂອງຊາດ-ຂອງພັກ

ມ.ຖ. 31, 2023 | ເຂດ 10 ວຽງຈັນ

ໃນຕອນບ່າຍ ຂອງວັນທີ 30 ມີນາ 2023 ທີ່ຜ່ານມານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດ ຄື ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ (22 ມີນາ 1955 ຫາ 22 ມີນາ 2023) ແລະ ວັນຄຽດແຄ້ນຂອງ ປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊິວິດເພື່ອຊາດ ຄົບຮອບ 77 ປີ (21 ມີນາ 1946 ຫາ 21 ມີນາ 2023) ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເອກະສານ 2 ວັນ ປະຫວັດສາດໃນຄັ້ງນີ້ ໂດຍທ່ານ ບຸນສອນ ເພັດດາວັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ເຂົ້າຮ່ວມມີ ຄະນະກໍາມະການ, ຄະນະເລຂາທິການ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນການປາຖະກະຖາ 2 ວັນປະຫວັດສາດດັ່ງກ່າວ ກໍ່ເພື່ອທົບທວນຫວນຄືນມູນເຊື້ອ, ໄຊຊະນະອັນຍິ່ງໃຫຍ່ ຂອງການປະຕິວັດ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ, ເພື່ອສ້າງຄວາມຮັບຮູ້ຢ່າງເລິກເຊິ່ງ ເຖິງຄວາມປີຊາສາມາດ ແລະ ຄວາມສະຫຼາດຫຼັກແຫຼມ ຂອງພັກເຮົາໃນການນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ ກໍຄືການນຳພາປະຕິບັດ ສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດສັງຄົມນິຍົມ, ເພື່ອພ້ອມກັນລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ຂອງບັນດານັກຮົບທີ່ໄດ້ອຸທິດ ເພື່ອປະເທດຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດທີ່ມີຫຼາຍເຫດການປະຫວັດສາດ ຊຶ່ງປວງຊົນລາວທັງຊາດບໍ່ມີວັນລືມໄດ້, ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງ ຮັບຮູ້ເຂົ້າໃຈກ່ຽວກັບພາລະບົດບາດ, ຄວາມໝາຍຄວາມສໍາຄັນ, ການເຕີບໃຫຍ່ຂະຫຍາຍຕົວ , ຜົນສໍາເລັດ ແລະ ຜົນງານທີ່ພົ້ນເດັ່ນ ໃນຕະຫຼອດໄລຍະທີ່ຜ່ານມາ.

( ພາບ-ຂ່າວ : ຄໍາພັນ ໄຊຍະປະທຸມ )