loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງວຽງຈັນ ເຜີຍແຜ່ນິຕິກໍາ ກ່ຽວກັບວຽກງານຈັນຍາບັນຂອງພະນັກງານ-ລັດຖະກອນ ໃຫ້ແກ່ພະນັກງານ-ລັດຖະກອນ ສະພາປະຊາຊົນແຂວງວຽງຈັນ.

​ກ.ກ. 4, 2022 | ເຂດ 10 ວຽງຈັນ

 

ໃນຕອນເຊົ້າວັນທີ 01 ກໍລະກົດ 2022 ທີ່ຜ່ານມານີ້ສະພາປະຊາຊົນແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກໍາ ກ່ຽວກັບວຽກງານຈັນຍາບັນຂອງພະນັກງານ-ລັດຖະກອນ ໃຫ້ແກ່ພະນັກງານ-ລັດຖະກອນສະພາປະຊາຊົນແຂວງວຽງຈັນ ຂື້ນ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງວຽງຈັນ.ໂດຍການເປັນປະທານຂອງ ທ່ານ ນາງ ຈັນທະຄອນ ສີອໍາພອນ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງວຽງຈັນ ເຂົ້າຮ່ວມມີຮອງເລຂາທິການ,ຫົວໜ້າ-ຮອງຂະແໜງ ແລະ  ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບກຽດຈາກທ່ານ ນາງ ຈັນທະຄອນ ສີອໍາພອນ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງວຽງຈັນ ຂື້ນ ເຜີຍແຜ່ເຊື່ອມຊື່ມເອກະສານຈັນຍາບັນ ຂອງພະນັກງານ-ລັດຖະກອນ ໃຫ້ແກ່ພະນັກງານ-ລັດຖະກອນສະພາປະຊາຊົນແຂວງ ເຊິ່ງປະກອບມີ 4 ໝວດ,14ມາດຕາ ຈຸດປະສົງກໍ່ເພື່ອເຮັດໃຫ້ພະນັກງານ-ລັດຖະກອນຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍ,ຄວາມສໍາຄັນ ຂອງຈັນຍາບັນຂອງພະນັກງານຕໍ່ວິຊາຊີບມີສະຕິຕໍ່ການຈັດຕັ້ງ, ເຄົາລົບລະບຽບກົດໝາຍ ແລະ ການປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ ໃນຕອນທ້າຍຂອງກອງປະຊຸມ ທ່ານຍັງໄດ້ເນັ້ນໜັກໃຫ້ພະນັກງານ-ລັດຖະກອນ ຈົ່ງໄດ້ເພີ່ມທະວີ ແລະ ເອົາໃຈໃສ່ຕໍ່ວຽກງານມີ ຈັນຍາບັນຂອງພະນັກງານຄວາມສັດຊື່ບໍລິສຸດໃນວຽກງານທີ່ຕົນເອງຮັບຊອບເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາພັດທະນາປະເທດຊາດ.