loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງວຽງຈັນ ຈັດກອງປະຊຸມແນະນໍາການທາບທາມປະກອບຄໍາເຫັນໃສ່ຮ່າງກົດໝາຍ 4 ສະບັບ

ພ.ພ. 25, 2022 | ເຂດ 10 ວຽງຈັນ

ໃນຕອນບ່າຍ ຂອງ ວັນທີ 23 ພຶດສະພາ 2022 ເວລາ 1:30 ໂມງ ທີ່ຫ້ອງປະຊຸມສະພາປະ ຊາຊົນແຂວງວຽງຈັນ ໄດ້ຈັດກອງປະຊຸມ ແນະນໍາ ການທາບທາມປະກອບຄໍາເຫັນໃສ່ຮ່າງກົດໝາຍ ຈໍານວນ 4 ສະບັບຄື: ຮ່າງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ, ຮ່າງກົດໝາຍວ່າດ້ວຍຊັບສິນຂອງລັດ, ຮ່າງກົດໝາຍວ່າດ້ວຍຄວາມປອດໄພ ຂອງເຂື່ອນ ແລະ ຮ່າງກົດໝາຍວ່າດ້ວຍຈິດສິນ ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ, ປະທານສະພາປະ ຊາຊົນແຂວງວຽງຈັນ, ເຂົ້າຮ່ວມມີ ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງແຂວງວຽງຈັນ, ປະທານ-ຮອງປະທານຄະນະກໍາມະການ, ຮອງເລຂາທິການ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະ ຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ ທັງນີ້ ກໍ່ເພື່ອຮັບປະກັນໃຫ້ເນື້ອໃນຂອງຮ່າງກົດໝາຍຈໍານວນ 4 ສະບັບ ທີ່ຈະນໍາເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ.