loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງບໍລິຄຳໄຊ, ຖະແຫຼງຂ່າວການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II.

​ກ.ກ. 28, 2022 | ເຂດ 11 ບໍລິຄຳໄຊ

ໃນຕອນບ່າຍຂອງວັນທີ 27 ກໍລະກົດ 2022 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ທ່ານ ນາງ ຟອງສະໜຸດ ພົງວິຈິດ ກຳມະການພັກແຂວງ, ເລຂາທິການສະພາປະຊາຊົນແຂວງ ໄດ້ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງ ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II, ໂດຍປະຕິບັດ​ຕາມ ກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບປີ 2020, ມາດຕາ 60 ກອງປະຊຸມປະຈໍາຫົກເດືອນຕົ້ນປີ ຂອງສະພາປະຊາຊົນຂັ້ນແຂວງ, ສະນັ້ນ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາ​ປະຊາຊົນ​ແຂວງບໍລິຄໍາໄຊ ຊຸດ​ທີ II ຈະໄດ້ໄຂຂຶ້ນຢ່າງເປັນທາງການ ​ໃນ​ຕອນ​ເຊົ້າ ວັນທີ 10-12 ສິງຫາ 2022 ທີ່​ຫ້ອງ​ປະຊຸມສະພາ​ປະຊາຊົນ​ແຂວງ​ບໍລິ​ຄຳ​ໄຊ ໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະ​ຕິກອງປະຊຸມໃຫຍ່ ຄັ້ງທີ ​VII ຂອງ​ອົງຄະ​ນະ​ພັກແຂວງ, ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການຟື້ນຟູຜົນກະທົບຈາກການແຜ່ລະ ບາດຂອງພະຍາດໂຄວິດ 19  ໃຫ້ເຂົ້າສູ່ສະພາບປົກກະຕິ.

ກອງປະຊຸມຄັ້ງນີ້ ຈະ​ໄດ້ຄົ້ນຄວ້າພິຈາລະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ, ດັ່ງນີ້:

  • ພິຈາລະນາ, ​ຮັບຮອງເອົາບົດລາຍງານຂອງທ່ານເຈົ້າແຂວງ ກ່ຽວ​ກັບການຈັດ​ຕັ້ງ​ປະຕິບັດວຽກງານທີ່ພົ້ນເດັ່ນເປັນຈຸດສຸມບູລິມະສິດຂອງແຂວງ ໃນການ​ຈັດຕັ້ງປະຕິບັດແຜນພັດທະນາ​ເສດຖະກິດ-ສັງຄົມ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 6 ທ້າຍປີ 2022.
  • ຮັບຟັງການລາຍງານຂອງພະແນກແຜນການ ແລະ ການລົງທຶນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການລົງທຶນ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2022.
  • ຮັບຟັງການລາຍງານຂອງພະແນກການເງິນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະ ມານ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2022.
  • ຮັບຟັງການລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຕິດຕາມ ກວດກາການດຳເນີນຄະດີ ຂອງອົງການສືບສວນ, ສອບສວນ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2022;
  • ຮັບຟັງການລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການແກ້ໄຂຄະດີທີ່ມີຄວາມຫຍຸ້ງຍາກ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.
  • ຮັບຟັງການລາຍງານຂອງຄະນະຮັບຜິດຊອບປະຕິບັດມາດຕະການສະກັດກັ້ນ ແລະ ແກ້ໄຂບັນ ຫາເສບຕິດ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນໄລຍະຜ່ານມາ ຫາປະຈຸບັນ ແລະ ທິດທາງແຜນການໃນຕໍ່ໜ້າ.
  • ຮັບຟັງການລາຍງານຂອງພະແນກສຶກສາທິການ ແລະ ກິລາແຂວງ ກ່ຽວກັບການຈັດຕັ້ງປະຕິ ບັດບັນດາຄາດໝາຍຂະແໜງສຶກສາທິການ ແລະ ກິລາ, ການປັບປຸງຄຸນນະພາບລະບົບການຮຽນ-ການສອນ ທຸກຊັ້ນທຸກສາຍໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍຍະກຳ ຢູ່ພາຍໃນແຂວງ.
  • ຮັບຟັງການລາຍງານຂອງຫ້ອງການບໍລິຫານເອກະສານຜ່ານປະຕູດຽວ ກ່ຽວກັບການຈັດຕັ້ງປະ ຕິບັດວຽກງານ ໃນໄລຍະຜ່ານມາ ມີຜົນສຳເລັດ, ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແກ້ໄຂແນວໃດ?
  • ພິຈາລະນາ, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາ ເທື່ອທີ 3 ແລະ ທິດທາງແຜນການ ຫາກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II;
  • ພິຈາລະນາ, ຮັບຮອງເອົານິຕິກໍາຂອງແຂວງ ຈຳນວນໜຶ່ງ.

ພ້ອມນີ້, ກອງປະຊຸມ ຍັງຈະໄດ້ຮັບຟັງການອະທິບາຍ, ຊີ້ແຈງຈາກການນຳຂອງແຂວງ, ພະແນກການທີ່ກ່ຽວຂ້ອງ ຈຳນວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ.

ບັນດາເນື້ອໃນທີ່ນຳມາ​ຄົ້ນຄວ້າ​ພິຈາລະນາ ຮັບຮອງ​ໃນ​ກອງ​ປະຊຸມ​​ຄັ້ງ​ນີ້, ລ້ວນແລ້ວແຕ່ມີຄວາມໝາຍ ຄວາມສໍາຄັນ​ຍິ່ງ ໃນ​ການ​ກຳນົດ​ພາລະ​ບົດບາດ, ສິດ ​ແລະ ໜ້າ​ທີ່​ຂອງ​ສະພາ​ປະຊາຊົນ​ແຂວງ, ການຈັດ​ຕັ້ງ​ປະຕິ ບັດ​ແຜນພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານຂອງແຂວງ, ສະນັ້ນ ຕາງໜ້າຄະນະປະຈໍາສະພາ​ປະຊາຊົນ​ແຂວງ, ສະມາ​ຊິກ​ສະພາ​ປະຊາຊົນ​ແຂວງ ໃນໂອກາດດັ່ງກ່າວຂໍເຊີນຊວນມາຍັງ ອົງການຈັດຕັ້ງສັງຄົມ, ປະຊາຊົນບັນດາເຜົ່າຊາວ​ແຂວງ​ບໍລິ​ຄຳ​ໄຊ ຈົ່ງໄດ້ພ້ອມ​ກັນເຂົ້າຮ່ວມ ​ໃຫ້ການຕິດຕາມ, ສະໜັບສະໜູນ ​ເຮັດ​ໃຫ້ກອງປະຊຸມຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້;

ໃນ​ເວລາ​ດຳ​ເນີນ​ກອງ​ປະຊຸມ ຍັງ​ໄດ້​ຖ່າຍທອດສົດ ​ບາງ​ເນື້ອ​ໃນທີ່ສຳຄັນ​ຈຳນວນ​ໜຶ່ງ ຜ່ານສະຖານີວິ ທະຍຸ​ແຂວງ​ບໍລິ​ຄຳ​ໄຊ ​ແລະ ຍັງ​ໄດ້ເປີດກວ້າງການປະກອບຄຳຄິດ-ຄຳເຫັນ, ຄໍາສະ​ເໜີ ຈາກ​ພໍ່​ແມ່​ປະຊາຊົນ​ບັນ​ດາ​ເຜົ່າ ມາຍັງ​ກອງ​ປະຊຸມ ຜ່ານໂທລະສັບສາຍດ່ວນ ໝາຍເລກ 054 156 ໂດຍ​ບໍ່​ເສຍ​ຄ່າບໍລິການ.