ສະຖານທູດລາວ ປະຈໍາ ສປຈີນ ຈັດພິທີໄວ້ອາໄລ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

ສ.ຫ. 10, 2026

(ສພຊ) – ວັນທີ 10 ສິງຫາ 2026 ທີ່ນະຄອນຫຼວງປັກກິ່ງ, ສະຖານເອກອັກຄະລັດຖະທູດແຫ່ງ ສປປລາວ ປະຈໍາ ສປຈີນ ໄດ້ຈັດພິທີໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໂດຍມີສະຫາຍ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປລາວ ປະຈຳ ສປຈີນ, ບັນດາພະນັກງານສະຖານເອກອັກຄະລັດຖະທູດ ແລະ ຄອບຄົວ, ພະນັກງານລາວທີ່ພວມປະຕິບັດໜ້າທີ່ຢູ່ ສປຈີນ ພ້ອມດ້ວຍນັກຮຽນນັກສຶກສາລາວ ເຂົ້າຮ່ວມ.
ການຈັດພິທີໄວ້ອາໄລຄັ້ງນີ້, ເປັນການສະແດງເຖິງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຄວາມເຄົາລົບຮັກທີ່ມີຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ເຊິ່ງເປັນໜຶ່ງໃນບັນດາການນຳຂັ້ນສູງພັກ-ລັດຂອງລາວ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ກໍາລັງກາຍ-ກໍາລັງໃຈ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະໃນຂົງເຂດນິຕິບັນຍັດ ແລະ ສະພາແຫ່ງຊາດ.