loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສອງອົງການຈັດຕັ້ງມະຫາຊົນ ສພຂ ມອບຮັບໃບຢັ້ງຢືນ ກຳມະບານ 5 ເປັນເຈົ້າ ແລະ ໜ່ວຍສະຫະພັນແມ່ຍິງ 3 ດີ ປະຈຳປີ 2022

ມ.ກ. 19, 2023 | ເຂດ 8 ຫົວ​ພັນ

               ໃນຕອນເຊົ້າ ຂອງວັນທີ 30 ທັນວາ 2022 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດພິທີມອບໃບຢັ້ງຢືນ ກຳມະບານ 5 ເປັນເຈົ້າ ແລະ ສະຫະພັນແມ່ຍິງ 3 ດີ ຂຶ້ນ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ສຸກມີໄຊ ສິງບຸນເຮືອງ ຮອງປະທານກວດກາໜ່ວຍພັກ, ປະທານກຳມະບານຮາກຖານ, ຮອງເລຂາທິການ ສະພາປະຊາຊົນແຂວງ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສົມສັກ ດອນຈານິດ ກຳມະການພັກແຂວງ ເລຂາໜ່ວຍພັກ ຮອງປະທານສະພາປະຊາຊົນແຂວງ ມີບັນດາສະຫາຍ ຄະນະປະທານກຳມະບານຮາກຖານ, ຄະນະປະທານໜ່ວຍສະຫະພັນແມ່ຍິງ ແລະ ບັນດາສະຫາຍສະມາຊິກທັງສອງອົງການຈັດຕັງພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ.
            ໃນພິທີດັ່ງກ່າວ, ທັງສອງອົງການຈັດຕັ້ງ ກຳມະບານຮາກຖານ ແລະ ໜ່ວຍສະຫະພັນແມ່ຍິງ ໄດ້ຂຶ້ນຜ່ານ ຂໍ້ຕົກລົງຂອງສະຫະພັນກຳມະບານແຂວງຫົວພັນ ສະບັບເລກທີ16/ກບຂ, ລົງວັນທີ 2 ພະຈິກ 2022 ວ່າດ້ວຍການມອບໃບຢັ້ງຢືນ 5 ເປັນເຈົ້າ ປະຈໍາປີ 2022 ໃຫ້ແກ່ກໍາມະບານຮາກຖານ ສະພາປະຊາຊົນແຂວງ ຫົວພັນ, ຂໍ້ຕົກລົງ ເລກທີ 23/ກບຂ, ລົງວັທີ 14 ພະຈິກ 2022 ວ່າດ້ວຍການມອບໃບຍ້ອງຍໍ ຜູ້ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວ ວຽກງານກຳມະບານຮອບດ້ານ ປະຈຳປີ 2022 ແລະ ໃບຢັ້ງຢືນ ຂອງສະຫະພັນແມ່ຍິງແຂວງຫົວພັນ ສະບັບເລກທີ 28/ສຍຂ, ລົງວັນທີ 30/11/2022 ວ່າດ້ວຍການມອບໃບຢັ້ງຢືນໃຫ້ໜ່ວຍສະຫະພັນແມ່ຍິງສະພາປະຊາຊົນແຂວງ ຄັ້ງທີ II ປະຈຳປີ 2022 ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ປະຈຳປີ 2022.
                 ຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມ ຂອງສະຫາຍ ສົມສັກ ດອນຈານິດ ກຳມະການພັກແຂວງ ເລຂາໜ່ວຍພັກ ຮອງປະທານສະພາປະຊາຊົນແຂວງ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານທີ່ສອງອົງການຈັດຕັ້ງມະຫາຊົນ ສາມາດຍາດມາໄດ້ໃນຕະຫຼອດ 1 ປີຜ່ານມາ, ຈາກນັ້ນ ສະຫາຍຍັງໄດ້ເໜັ້ນໜັກ ໃຫ້ຄະນະປະທານທັງສອງອົງການຈັດຕັ້ງ ກຳມະບານຮາກຖານ ແລະ ໜ່ວຍສະຫະພັນແມ່ຍິງ ຈົ່ງສືບຕໍ່ຮັກສາມູນເຊື້ອບັນດາຜົນງານທີ່ຍາດມາໄດ້ ຕາມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ແມ່ຍິງ 3 ດີ, ເອົາໃຈໃສ່ປະຕິບັດແບບແຜນວິທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ປະສານສົມທົບກັບອົງການຈັດຕັ້ງພາຍໃນໜັກແໜ້ນ ແລະ ພາຍນອກກ້ວາງຂວາງ, ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອແລກປ່ຽນບົດຮຽນທີ່ດີຕໍ່ກັນ, ພ້ອມນັ້ນຕ້ອງນຳເອົາບັນດານິຕິກຳທີ່ກ່ຽວຂ້ອງມາເຜີຍແຜ່ໃຫ້ບັນດາສະມາຊິກຂອງຕົນ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ຕໍ່ເນື່ອງ ເພື່ອສ້າງໃຫ້ເຂົ້າເຈົ້າກຳແໜ້ນ ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດ ໝາຍຂອງລັດ, ເປັນເຈົ້າການປະຕິບັດວຽກງານຂອງຕົນເອງໃຫ້ພົ້ນເດັ່ນ ແລະ ເປັນມືອາຊີບໃຫ້ຫຼາຍຂຶ້ນ, ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຂອງຕົນ ໃຫ້ມີຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍວາງໄວ້.
ພາບ ແລະ ຂ່າວ ບຸນແພງ ຜຸຍພັກດີ