loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສອງສະພາແຫ່ງຊາດ ລາວ-ຈີນ ພົບປະແລກປ່ຽນບົດຮຽນຮ່ວມກັນ

ມ.ກ. 28, 2019 | ຂ່າວກອງປະຊຸມ

(ສພຊ) ວັນສຸກທີ 18 ມັງກອນ 2019 ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີການພົບປະສອງຝ່າຍລາວ-ຈີນ, ຝ່າຍລາວນໍາໂດຍ ສະຫາຍ ແສງນວນ ໄຊຍະລາດ ຮອງປະທານ ສພຊ ລາວ ພ້ອມດ້ວຍປະທານ-ຮອງປະທານກໍາມາທິການການຕ່າງປະເທດ, ກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ກໍາມາທິການແຜນການ ການເງິນ ແລະ ການກວດສອບ, ຮອງປະທານຄະນະມິດຕະພາບລາວ-ຈີນ, ຮອງເລຂາທິການ ແລະ ຄະນະກົມ, ຄະນະພະແນກ ຈໍານວນໜຶ່ງ; ຝ່າຍຈີນ ນໍາໂດຍ ສະຫາຍ ໄປ ມາສີຫລິນ ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພ້ອມດ້ວຍຄະນະ.

ທັງນີ້ກໍ່ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ແລະ ຕາມທິດ 4 ດີຄື: ເພື່ອນບ້ານທີ່ດີ, ສະຫາຍທີ່ດີ, ເປັນມິດທີ່ດີ ແລະ ຄູ່ຮ່ວມມືມືທີ່ດີ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ເວົ້າລວມ, ເວົ້າສະເພາະ ແມ່ນລະຫວ່າງສະພາແຫ່ງຊາດແຫ່ງ ສປປລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປຈີນ ໃຫ້ເຂົ້າສູ່ລວງເລິກ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ; ຈັດຕັ້ງຜັນຂະຫຍາຍຜົນການພົບປະລະຫວ່າງສະຫາຍ ນາງ ປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສປປລາວ ແລະ ສະຫາຍ ສີຈິນຜິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດອິນດູຈີນ, ປະທານປະເທດ ແຫ່ງ ສປຈີນ ທີ່ນະຄອນຫລວງວຽງຈັນໃນປີ 2017 ແລະ ເພື່ອພົບປະແລກປ່ຽນບົດຮຽນ ແລະ ປະສົບການໃນການປະຕິບັດໜ້າທີ່ ແລະ ພາລະບົດບາດຂອງອົງການນິຕິບັນຍັດ ລະຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປຈີນ.

ໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ຮັບຟັງການລາຍງານສະພາບການຂະຫຍາຍຕົວ, ການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ ລາວ-ຈີນ, ການປະຕິບັດໜ້າທີ່ຂອງສອງສະພາແຫ່ງຊາດ ກໍຄືສອງອົງນິຕິບັນຍັດໂດຍສັງເຂບ ແລະ ການຮ່ວມມືສາມັກຄີແບບພິເສດໃນໄລຍະຜ່ານມາຈົນເຖິງປັດຈຸບັນບໍ່ວ່າຈະຢູ່ໃນພາກພື້ນຫລືເວທີສາກົນ; ທັງສອງຝ່າຍຕົກລົງຮ່ວມກັນພ້ອມທີ່ຈະສືບຕໍ່ຮ່ວມມື, ສະໜັບສະໜູນກັນໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ, ເພີ່ມທະວີແລກປ່ຽນບົດຮຽນ, ແລກປ່ຽນຄະນະຜູ້ແທນໄປມາຢ້ຽມຢາມ ເຊິ່ງກັນ ແລະ ກັນໃຫ້ຫລາຍຂຶ້ນ; ນອກຈາກນັ້ນ ຝ່າຍລາວຍັງໄດ້ສະເໜີທິດທາງການຮ່ວມມືໃນຕໍ່ໜ້າຄື: ສືບຕໍ່ແລກປ່ຽນຢ້ຽມຢາມ ແລະ ການໄປມາຫາສູ່ລະຫວ່າງຄະນະຜູ້ແທນໃນລະດັບປະທານສະພາ, ປະທານກໍາມາສທິການຕະຫລອດຮອດລະດັບວິຊາການຂອງສະພາແຫ່ງຊາດລາວ ແລະ ສະພາຜູ້ແທນທົ່ວປະເທດຈີນໃຫ້ເປັນປົກກະຕິ, ນັບທັງສະພາປະຊາຊົນແຂວງ ໂດຍສະເພາະບັນດາແຂວງທີ່ມີຊາຍແດນຕິດຈອດກັນ; ສືບຕໍ່ແລກປ່ຽນບົດຮຽນໃນການປະຕິບັດບົດບາດດ້ານນິຕິບັນຍັດຂອງສະພາແຫ່ງຊາດ ໂດຍສະເພາະກ່ຽວກັບວຽກງານການສ້າງນິຕິກໍາ, ການປົກຄອງລັດດ້ວຍກົດໝາຍ, ການຕິດຕາມກວດກາການປະຕິບັດກົດໝາຍໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຂອງລາວ ແລະ ສືບຕໍ່ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນການເຄື່ອນໄຫວວຽກງານການຕ່າງປະເທດຂອງສອງສະພາແຫ່ງຊາດລາວ-ຈີນ ໃນເວທີພາກພື້ນ ແລະ ສາກົນ; ສ່ວນຝ່າຍຈີນກໍເຫັນດີເຫັນພ້ອມທີ່ຈະຕອບສະໜອງຂໍ້ສະເໜີຕ່າງໆຕາມຄວາມເໝາະສົມ.

(ສອນສັກ ວັນວິໄຊ)