loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ອວຍພອນສະພາປະຊາຊົນແຂວງຫຼວງນໍ້າທາ

ສ.ຫ. 18, 2023 | ເຂດ 3 ຫຼວງນ້ຳ​ທາ

ຕອນເຊົ້າຂອງວັນທີ 15 ສິງຫາ 2023 ຢູ່ທີ່ສະພາປະຊາຊົນແຂວງຫລວງນໍ້າທາ ສອງກໍາລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ນຳໂດຍ  ທ່ານ ພັອ ປອ ອາຄົມ ວົງພະຈັນ ຄະນະພັກກອງບັນຊາການ ປກສ ແຂວງ ຮອງຫົວໜ້າກອງບັນຊາການປກສ ແຂວງ ພ້ອມດ້ວຍຄະນະ ແລະ ທ່ານ ພັອ ຄຳເຫຼັກ ສາຍຄຳພວນ ຄະນະປະຈຳພັກ ກອງບັນຊາການທະຫານແຂວງ ຫົວໜ້າຫ້ອງການການເມືອງ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນ ສະພາປະຊາຊົນແຂວງຫລວງນໍ້າທາ ເນື່ອງໃນໂອກາດວັນປະກາດໃຊ້ລັດຖະທຳມະນູນ ຄົບຮອບ 32 ປີ  ( 15 ສິງຫາ 1991-15 ສິງຫາ 2023 ) ແລະ ວັນສ້າງຕັ້ງສະພາປະຊາຊົນແຂວງ ຄົບຮອບ 45 ປີ (  4 ສິງຫາ 1975 – 4 ສິງຫາ 2023 ) ໂດຍການໃຫ້ກຽດຕ້ອນຮັບຂອງ ທ່ານ ຄໍາຟອງ ອີນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫລວງນໍ້າທາ ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ

ໃນໂອກາດດັ່ງກ່າວທັງສອງກຳລັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານໃນໄລຍະຜ່ານມາຂອງສະພາປະຊາຊົນແຂວງຕະຫລອດໄລຍະ 45 ປີ ໃນການເຄື່ອນໄຫວຈັດຕັ້ງປະຕິບັດພາລະບົດບາດ ແຫ່ງການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ ຈົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ພ້ອມດຽວກັນ ທ່ານ ຄໍາຟອງ ອີນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫລວງນໍ້າທາ ຍັງໄດ້ສະແດງຄວາມຂອບໃຈມາຍັງ 2 ກຳລັງຂອງແຂວງ ທີ່ເຫັນໄດ້ເຖີງຄວາມສຳຄັນທັງ 2 ວັນປະຫວັດສາດ ແລະ ນຳເອົາຄວາມຮັກແພງສາມັກຄີມາໃນມື້ນີ້ ພ້ອມທັງສະແດງຄວາມຊົຍເຊີຍຕໍ່ກັບຜົນງານຂອງທັງ 2 ກຳລັງ ແລະ ໄດ້ຮຽກຮ້ອງໃຫ້ມີການປະສານງານຮ່ວມມືກັນໃຫ້ແໜ້ນແຟ້ນຄືແນວນີ້ຕະຫລອດໄປ, ພ້ອມກັນພັດທະນາປະເທດຊາດກໍຄືແຂວງຫລວງນ້ຳທາໃຫ້ຈະເລີນຍິ່ງໆຂື້ນ.

ໂດຍ ນາງ ອໍາພອນ ສີປະເສີດ