
ໃນລະຫວ່າງວັນທີ 5-9 ກຸມພາ 2024 ທ່ານ ຄຳມະນີ ໄຊດວງຕາ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ່ 04 ແຂວງ ອຸດົມໄຊ ແລະ ທ່ານ ນາງ ບົງພອນ ແກ້ວມະນີ ສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງ ນາໝໍ້ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເຂດນ້ຳແຊຕອນໃຕ້ ເຊິ່ງປະກອບມີບ້ານ ຫ້ວຍແຮ,ນ້ຳຕອງ, ຫ້ວຍຮ່າ, ພູອົມ, ພູເອືອດ, ນາຂາມ, ຫົວນ້ຳຂາມ, ນ້ຳແຊ ແລະບັນດາຫ້ອງການອ້ອມຂ້າງເທດສະບານເມືອງນາໝໍ້ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກພໍ່ແມ່ປະຊາຊົນ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງໃຫ້ການເຂົ້າຮ່ວມຢ່າງພ້ອມພຽງ.




ນອກຈາກນັ້ນ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ກໍໄດ້ຮັບຟັງຄຳສະເໜີ, ຄວາມຂັດຂ້ອງໝອງໃຈຂອງພໍ່ແມ່ປະຊາຊົນ ແລະ ໄດ້ຊີ້ແຈງກັບທີຕໍ່ກັບບັນດາຂໍ້ສະເໜີຕ່າງໆ ເປັນຕົ້ນ ບັນຫາຄາຄອງຊີບ, ການຄຸ້ມຄອງລາຄາສິນຄ້າ, ວຽກງານພື້ນຖານໂຄງລ່າງ ແລະອື່ນໆ ພ້ອມນັ້ນ ກໍໄດ້ນຳເອົາບາງຄໍາສະເໜີທີ່ກ່ຽວພັນເຖິງຂັ້ນເມືອງ ແລະ ຂັ້ນແຂວງ ມາພິຈາລະນາສະເໜີຕໍ່ພາກສ່ວນກ່ຽວຂອງແກ້ໄຂໃນຂັ້ນຕໍ່ໄປ ຕາມພາລະບົດບາດ, ສິດ ແລະ ຫນ້າທີ່.

ພາບ/ຂ່າວ: ສະພາປະຊາຊົນແຂວງ.