loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສສຊ ແລະ ສສຂ ບໍລິຄຳໄຊ ເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທຶ່ອທີ 4 ຂອງ ສພຊ ຊຸດທີ VIII ແລະ ສພຂ ຊຸດທີ I

ກ.ພ. 22, 2018 | ຂ່າວກອງປະຊຸມ

(ສພຊ) ວັນ​ທີ 13 ກຸມພາ 2018 ຜ່ານມາ ທ່ານ ສີ​ໃສ ລື​ເດດມູນ​ສອນ ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ,  ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ປະຈຳ​ເຂດ​ເລືອກ​ຕັ້ງ​ທີ 11 ​ແຂວງ​ບໍລິ​ຄຳ​ໄຊ; ພ້ອມ​ດ້ວຍ ສສຊ ປະຈຳ​ເຂດ​ເລືອກ​ຕັ້ງ​ທີ 11 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ແຂວງ (ສສຂ) ປະຈຳ​ເມືອງ​ໄຊ​ຈຳ​ພອນ ​ໄດ້​ລົງ​ພົບ​ປະ​ກັບ​ປະຊາຊົນ​ເພື່ອ​ເຜີຍ​ແຜ່​ຜົນສຳ​ເລັດ​ຜົນສຳ​ເລັດ​ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 4 ຂອງ​ສະພາ​​ແຫ່ງ​ຊາດ​ ຊຸດ​ທີ VIII ​ແລະ ສະພາ​ປະຊາຊົນ​ແຂວງ​ບໍລິ​ຄຳ​ໄຊ ຊຸດ​ທີ I ທີ່​ບ້ານ​ເມືອງ​ຈຳ ​ເຊິ່ງກ່ອນ​ໜ້າ​ນີ້​ແມ່ນ​ຕາ​ແສງ​ຈຳ, ​ໄດ້​ຮັບ​ນາມມະ​ຍົດ​ເປັນຕາ​ແສງ​ວິລະ​ຊົນ ​ເຊິ່ງຂຶ້ນ​ກັບ​ເມືອງ​ຄຳ​ເກີດ ​ແຕ່​ໃນ​ປັ​ດຈຸ​ບັນ​ບ້ານ​ເມືອງ​ຈຳ ​ແມ່ນ​ຂຶ້ນ​ກັບ​ເມືອງ​ໄຊ​ຈຳ​ພອນ ​ແຂວງ​ບໍລິ​ຄຳ​ໄຊ.

ການ​ເຜີຍ​ແຜ່​ດັ່ງກ່າວ ​ໄດ້ມີ​ພໍ່​ແມ່​ປະຊາຊົນ​ຈາກ​ບ້ານ​ເມືອງ​ຈຳ ​ແລະ ບ້ານ​ໂພນ​ເມືອງ​ເຂົ້າ​ຮ່ວມ​ຮັບ​ຟັງ 124 ຄົນ ຍິງ 56 ຄົນ; ບ້ານ​ເມືອງ​ຈຳ ​ແລະ ບ້ານ​ໂພນ​ເມືອງ ​ເປັນ​ບ້ານ​ທີ່ຢູ່​ຫ່າ​ງໄກຈາກ​ເທດສະບານ​ເມືອງ 41 ກິ​ໂລ​ແມັດ, ມີ​ຊາຍ​​ແດນ​ຕິດ​ກັບ​ ເມືອງ​ແອັງ​ເຊິ​ນ ​ແຂວງ​ເຫ​ງະ​ອານ ສສ.ຫວຽດນາມ; ​ເນື້ອ​ທີ່​ຂອງ​ສອງ​ບ້ານ​ກວມ​ເອົາ​ເຂດ​ພູດ​ອຍ 95%, ​ໃນ​ເມື​່ອກ່ອນນີ້​ສອງ​ບ້ານ​ຍັງ​ເປັນ​ບ້ານ​ທີ່​ທຸກ​ຍາກ ​ເປັນ​ເຂດ​ທີ່​ໝັ້ນ​ພື້ນຖານ​ຂອງ​ການ​ປະຕິວັ​ດ, ​ເປັນ​ບ່ອນ​ທີ່​ຜູ້ນຳ​ຂອງ​ການ​ປະຕິວັດ​ໄດ້​ອາ​ໄສ​ເພື່ອ​ເຄື່ອນ​ໄຫວ ​ເປັນ​ຕົ້ນ​ທ່ານ ສີ​ສົມ​ພອນ ລໍ​ວັນ​ໄຊ ອະ​ດີດ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ; ​ເປັນ​ເຂດ​ທີ​ຂຶ້ນ​ກັບ 3 ຕາ​ແສງ​ຍອດ​ນ້ຳຂອງ​ເມືອງ​ຄຳ​ເກີດ; ປະຊາຊົນ​ແມ່ນ​ຕັ້ງ​ບ້ານ​ເຮືອນ​ຢູ່​ກະ​ແຈກ​ກະຈາຍ​ຕາມ​ຮ່ອມ​ຫ້ວຍ, ພູ​ສູງ ການ​ດຳລົງ​ຊີວິດ​ແມ່ນ​ຕິດ​ພັນ​ກັບ​ທຳ​ມະ​ຊາດ, ປະຊາຊົນ​ຂາດ​ເຂົ້າ​ກິນ ​ແລະ ​ເຄື່ອງນຸ່ງ​ຫົ່ມ, ບໍ່​ມີ​ເສັ້ນທາງ​​ເຂົ້າ​ໄປ​ເຖິງ, ລູກ​ຫລານ​ບໍ່​ໄດ້​ເຂົ້າຮຽນ ​ແລະ ບໍ່​ໄດ້​ຮັບ​ການ​ປິ່ນປົວ​ຢ່າງ​ທົ່ວ​ເຖິງ; ​ຍ້ອນ​ຄວາມ​ເອົາ​ໃຈ​​ໃສ່​ຂອງ​ພັກ-ລັດ​ຂັ້ນ​ເທິງ​, ມາ​ຮອດ​ປີ 2009 ກົມ​ການ​ເມືອງ​ສູນ​ກາງ​ພັກ​ຈຶ່ງ​ໄດ້​ຮັບຮອງ​ປະກາດ​ສ້າງ​ຕັ້ງ​ເມືອງ​ໄຊ​ຈຳພ​ອນ ພາຍ​ໃຕ້​ການ​ຊີ້ນ​ຳ-ນຳພາ ຂ​ອງອົງຄະ​ນະ​ພັກ​ເມືອງ​ແຕ່​ລະສ​ະ​ໄໝ ບວກ​ກັບ​ມູນ​ເຊື້ອ​ດຸ​ໝັ່ນ​ຂະຫຍັນ​ພຽນຂອງ​ປະຊາຊົນ ມາ​ຮອດ​ປັ​ດຈຸ​ບັນ​ສອງ​ບ້ານ​ແມ່ນ​ມີ​​ເສັ້ນທາງ​ເຂົ້າ​ເຖິງ ສາມາດ​ທຽວ​ໄດ້ 1 ລະດູ, ມີ​ໄຟຟ້າ, ມີ​ຮງຮຽນປະຖົມ​ສົມບູນ, ມີ​ຮງຮຽນມັດ​ທະ​ຍົມ​ຕອນ​ຕົ້ນ, ສຸກສາລາ, ປະຊາຊົນ​ແມ່ນ​ຍຶດຖື​ອາຊີບ​ເຮັດ​ນາ, ປູກຝັງ​ລ​້ຽງສັດ​ໃຫຍ່​ເປັນ​ສິນຄ້າ​ ​ເພື່ອ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ​ນັບ​ມື້​ຍັບ​ດີ​ຂຶ້ນ​ເທື້ອລະ​ກ້າວ.

ຄຽງຄູ່​ກັບ​ການ​​ເຜີຍ​ແຜ່​ຜົນສຳ​ເລັດ​ກອງ​ປະຊຸມ​ສະ​ໄໝສາມັນ ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ແລະ ສະພາ​ປະຊາຊົນ​ແຂວງ​ບໍລິ​ຄຳ​ໄຊ ຊຸດ​ທີ I ຄັ້ງ​ນີ້, ສສຊ ​ແລະ ສສຂ ໄດ້​ມີ​ໂອກາດຮັບ​ຟັງ​ຄຳ​ຄິດ​ຄຳ​ເຫັນ ​ແລະ ຄຳ​ສະ​ເໜີ​ຂອງປະຊາຊົນ ຕໍ່ການ​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ຂອບ​ເຂດ​ບ້ານ​ເມືອງ​ຈຳ ​ແລະ ບ້ານ​ໂພນ​​​ເມືອງ ​ເຊິ່ງ​ທັງສອງ​ບ້ານ​ແມ່ນ​ບ້ານ​ທີ່​ທຸກ​ຍາກ, ຫ່າງ​ໄກ​ຂອງ​ເມືອງ​ໄຊ​ຈຳ​ພອນ ​ເຊິ່ງທຸກ​ບັນຫາ​ທີ່​ປະຊາຊົນ​ທັງ​ສອງ​ບ້ານ​ສະ​ເໜີ ​ແມ່ນ​ສອດ​ຄ່ອງ​ກັບ​ຄວາມ​ເປັນ​ຈິງ ​ແລະ ສສຊ, ສສຂ ທີ່​ໄປ​ພົບ​ປະ​ກັບ​ປະຊາຊົນ​ຄັ້ງ​ນີ້ ​ຈະ​ສືບຕໍ່ປະສານ​ສົມທົບ​ກັບ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ເມືອງ, ຂອງ​ແຂວງ ​ເພື່ອ​ສືບຕໍ່​ແກ້​ໄຂ, ສ້າງ​ໃຫ້​ສອງ​ບ້ານ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ.