ໂດຍປະຕິບັດຕາມພາລະບົດບາດສິດ ແລະ ໜ້າທີ່ຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງ, ເພື່ອເຮັດໃຫ້ ພະນັກງານ-ລັດຖະກອນ ແລະ ປະຊາຊົນຜູ້ທີ່ມີສິດເລືອກຕັ້ງ ໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ – ສັງຄົມ ແຫ່ງຊາດ ໃນລະຫວ່າງວັນທີ 29 ມັງກອນ – 3 ກຸມພາ 2022 ນີ້ ທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳ, ປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ ລົງພົບປະ ແລະ ເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 2 ສະພາແຫ່ງຊາດ ຊຸດທີ IX ຢູ່ 2 ເມືອງ ຄື: ເມືອງ ຊຽຄໍ້ ແລະ ເມືອງ ສົບເບົາ ລວມທັງໝົດ 5 ຈຸດຄື: ຈຸດ ບ້ານແກ່ວແວ່ນ, ບ້ານ ບາວ, ເທດສະບານ (ເມືອງຊຽງຄໍ້) ບ້ານເມືອງຮັງ ແລະ ຈຸດເທດສະບານ ( ເມືອງສົບເບົາ) ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 622 ຄົນ, ຍິງ 301 ຄົນ.


ພາບ ແລະ ຂ່າວ: ເວີນ ແກ້ວບຸນມີ