ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X (ລະຫວ່າງວັນທີ 5-21 ຕຸລາ 2026), ທ່ານ ພູວັນ ພົມມະຈັນ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 17, ຮອງປະທານສະພາປະຊາຊົນແຂວງ ອັດຕະປື ໄດ້ຕາງໜ້າ ຄະນະ ສສຊ ປະຈຳເຂດເລືອກຕັ້ງທີ 17ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບຜົນງານການຈັດຕັ້ງປະຕິບັດພາລະບົດບາດ ເປັນຕົວແທນໃຫ້ແກ່ປະຊາຊົນ ແລະ ທັດສະນະຂໍ້ສະເໜີຕ່າງໆ ຕໍ່ກອງປະຊຸມສະພາແຫ່ງຊາດ.ທ່ານ ພູວັນ ພົມມະຈັນ ໃຫ້ຮູ້ວ່າ: ຄະນະ ສສຊ ປະຈຳເຂດເລືອກຕັ້ງທີ 17 ໄດ້ຍຶດໝັ້ນ ແລະ ຕັ້ງໜ້າປະຕິບັດສິດ, ໜ້າທີ່ຕາມກົດໝາຍ ໂດຍຖືເອົາຜົນປະໂຫຍດຂອງຊາດ ແລະ ປະຊາຊົນເປັນສຳຄັນ. ເຊິ່ງໃນໄລຍະຜ່ານມາ ໄດ້ມີຜົນງານພົ້ນເດັ່ນໃນການເຂົ້າຮ່ວມຄົ້ນຄວ້າ, ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ແລະ ນະໂຍບາຍຕ່າງໆຢ່າງມີຄວາມຮັບຜິດຊອບ. ພ້ອມດຽວກັນນັ້ນ, ໃນການລົງພົບປະຢ້ຽມຢາມ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມ, ຄະນະ ສສຊ ເຂດ 17 ແລະ ສະພາປະຊາຊົນແຂວງອັດຕະປື ໄດ້ຮັບຄຳສະເໜີຈາກປະຊາຊົນທັງໝົດ 213 ຄຳສະເໜີ. ເນື້ອໃນສ່ວນໃຫຍ່ແມ່ນກ່ຽວກັບ ບັນຫາປາກທ້ອງ, ການທຳການຜະລິດ, ການຈ້າງງານ, ພື້ນຖານໂຄງລ່າງ, ການສຶກສາ, ສາທາລະນະສຸກ ແລະ ການບໍລິການຂອງລັດ. ບັນຫາທີ່ຢູ່ໃນຂອບເຂດອຳນາດ ແມ່ນໄດ້ປະສານງານແກ້ໄຂ, ສ່ວນບັນຫາທີ່ເກີນຂອບເຂດ ແມ່ນໄດ້ລວບລວມສະເໜີຕໍ່ອົງການກ່ຽວກັບພິຈາລະນາຕາມຂັ້ນຕອນ. ນອກຈາກນີ້, ຄະນະ ສສຊ ເຂດ 17 ຍັງໄດ້ສຸມໃສ່ຕິດຕາມກວດກາການປະຕິບັດກົດໝາຍ, ການຄຸ້ມຄອງງົບປະມານ ແລະ ການບໍລິຫານລັດ ໃຫ້ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້.ສຳລັບຂໍ້ສະເໜີສຳຄັນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X:ທ່ານ ພູວັນ ພົມມະຈັນ ໄດ້ຍົກໃຫ້ເຫັນ 4 ບັນຫາຕົ້ນຕໍ ທີ່ ສສຊ ເຂດ 17 ສະເໜີໃຫ້ລັດຖະບານ ເອົາໃຈໃສ່ຄົ້ນຄວ້າ ແລະ ແກ້ໄຂ ດັ່ງນີ້:
- ສະເໜີໃຫ້ລັດຖະບານແກ້ໄຂໂຄງການເຂື່ອນໄຟຟ້າຢູ່ແຂວງອັດຕະປື ຈຳນວນນຶ່ງ ທີ່ຍັງຄ້າງມອບຄ່າພາກຫຼວງ ແລະ ຄ່າເຊົ່າສຳປະທານທີ່ດິນໃຫ້ລັດຊັກຊ້າ.
- ສະເໜີໃຫ້ແກ້ໄຂບັນຫາການຈົກຄອງຕັນທາງ ເຂົ້າເຂດທຳການຜະລິດຂອງປະຊາຊົນ ທີ່ຢູ່ໃກ້ຄຽງກັບບໍລິສັດເຊົ່າສຳປະທານທີ່ດິນປູກກ້ວຍ, ປູກອ້ອຍ ທີ່ຍັງຄົງຄ້າງແກ້ຍາວ.
- ສະເໜີໃຫ້ພິຈາລະນາແກ້ໄຂວຽກງານການຈັດຫາງານ ແລະ ການຄຸ້ມຄອງແຮງງານ ໃຫ້ເຂົ້າສູ່ລະບົບປະກັນສັງຄົມໃຫ້ຫຼາຍຂຶ້ນ.
4.ການປັບປຸງພື້ນຖານໂຄງລ່າງເສັ້ນທາງ ເສັ້ນທາງ 18B (ເທດສະບານແຂວງອັດຕະປື – ດ່ານພູເກືອ ຊາຍແດນ ລາວ-ຫວຽດນາມ) ໄລຍະທາງ 112 ກິໂລແມັດ ທີ່ປັດຈຸບັນຊຸດໂຊມໜັກ, ເດີນທາງໃຊ້ເວລາ 2.5 ຫາ 3 ຊົ່ວໂມງ ແລະ ມີຄວາມສ່ຽງຕໍ່ການເກີດອຸບັດຕິເຫດລົດປີ້ນຄ້າງທາງລາຍວັນ, ເສັ້ນທາງ 18A ເຊິ່ງເປັນເສັ້ນທາງຍຸດທະສາດ “ຈິກຊໍ” ສຳຄັນໃນການເຊື່ອມຕໍ່ 3 ດ່ານສາກົນ (ດ່ານຫວັງເຕົ່າ-ໄທ, ດ່ານໜອງນົກຂຽນ-ກຳປູເຈຍ, ແລະ ດ່ານພູເກືອ-ຫວຽດນາມ). ເຊິ່ງເບື້ອງແຂວງອັດຕະປືໄດ້ກໍ່ສ້າງ ສຳເລັດໂດຍພື້ນຖານແລ້ວ, ແຕ່ຍັງຄ້າງສາຍທາງເບື້ອງແຂວງຈຳປາສັກ ອີກປະມານ 30 ກິໂລແມັດ. ຈຶ່ງສະເໜີໃຫ້ລັດຖະບານ ແລະ ແຂວງຈຳປາສັກ ເລັ່ງປັບປຸງເສັ້ນທາງ 30 ກິໂລແມັດ ດັ່ງກ່າວໃຫ້ເລັດ ເພື່ອກະຕຸ້ນເສດຖະກິດ, ການຂົນສົ່ງ ແລະ ການທ່ອງທ່ຽວ.ໃນຕອນທ້າຍ, ທ່ານ ພູວັນ ພົມມະຈັນ ໄດ້ສະແດງຄວາມຂອບໃຈຕໍ່ປະຊາຊົນ ແລະ ສື່ມວນຊົນ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຕະຫຼອດມາ. ພ້ອມທັງຢືນຢັນວ່າ ຈະສືບຕໍ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ, ຮັບຟັງສຽງຂອງປະຊາຊົນຢ່າງຈິງໃຈ ແລະ ຮຽກຮ້ອງໃຫ້ປະຊາຊົນທຸກພາກສ່ວນ ສືບຕໍ່ສາມັກຄີ, ເຄົາລົບກົດໝາຍ ແລະ ມີສ່ວນຮ່ວມໃນການພັດທະນາທ້ອງຖິ່ນ ກໍຄືປະເທດຊາດໃຫ້ຈະເລີນຮຸ່ງເຮືອງ. ວິນັດ

