ສສຊ ສະຫວັນນະເຂດ ສະເໜີໃຫ້ຄຸ້ມຄອງອາຊີບສະຫງວນສຳລັບຄົນລາວ

ກ.ກ. 8, 2026

(ສພຊ) – ວັນທີ 7 ກໍລະກົດນີ້, ທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ປະກອບຄຳເຫັນຕໍ່ຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍທ່ານສະເໜີລັດຖະບານ:
– ສືບຕໍ່ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSME) ເຊິ່ງກວມອັດຕາສ່ວນສູງຂອງຫົວໜ່ວຍວິສາຫະກິດໃນ ສປປລາວ ໃຫ້ເຕີບໂຕ ແລະ ເຂັ້ມແຂງ ເພື່ອນຳໄປສູ່ການສ້າງອາຊີບ, ສ້າງລາຍຮັບ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວ;
– ຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບຕ່ຳ 3% ເພື່ອຊ່ວຍຫຼຸດອັດຕາດອກເບ້ຍ ແນໃສ່ອໍານວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນລາວບັນດາເຜົ່າ;
– ເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງອາຊີບສະຫງວນສຳລັບຄົນລາວ ເພື່ອປ້ອງກັນການບຽດຢຶດອາຊີບ ແລະ ທຸລະກິດຈາກຄົນຕ່າງປະເທດ;
– ນຳໃຊ້ເຕັກໂນໂລຊີດິຈິຕອນ ໃນການຄຸ້ມຄອງຂໍ້ມູນປະຊາກອນ ໃຫ້ເປັນລະບົບ, ຮັດກຸມ ໂດຍໃຫ້ມີການບັນ ທຶກຂໍ້ມູນຕັ້ງແຕ່ເກີດຈົນເຖິງວາລະສຸດທ້າຍຂອງຊີວິດ, ໃຜເຮັດຫຍັງ ຢູ່ໃສ ມີຊັບສິນ-ໜີ້ສິນຫຍັງແດ່? ເພື່ອເພີ່ມທະວີຄວາມໂປ່ງໃສ ແລະ ຍົກສູງປະສິດທິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.
ທ່ານ ໄຊຍະເດດ ຜຸຍຍະວົງ ຍັງເນັ້ນຕື່ມວ່າ: ການຈັດຕັ້ງປະຕິບັດວາລະແຫ່ງຊາດດັ່ງກ່າວ ບໍ່ຄວນສຸມໃສ່ພຽງເຂດຊົນນະບົດ, ແຕ່ຄວນກຳນົດນະໂຍບາຍມະຫາພາກດ້ານການເງິນ ແລະ ເງິນຕາ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການດຳເນີນທຸລະກິດ ແລະ ການສ້າງວຽກເຮັດງານທຳ. ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແມ່ນຕິດພັນກັບການຈັດສັນອາຊີບຄົງທີ່ ຕາມໂຄງປະກອບເສດຖະກິດຂອງ ສປປລາວ ຕາມອັດຕາສ່ວນທີ່ສະ ຫຼຸບໃນແຜນ 5 ປີ ຄັ້ງທີ IX ເຫັນວ່າ: ຂະແໜງກະສິກຳ ກວມອັດຕາສ່ວນ 19.4%, ອຸດສາຫະກໍາ ກວມອັດຕາສ່ວນ 32.5% ແລະ ການບໍລິຫານ ກວມອັດຕາສ່ວນ 41.3% ເຊິ່ງສະແດງໃຫ້ເຫັນວ່າ ການພັດທະນາມີລັກສະນະຫັນປ່ຽນຈາກຂະແໜງກະສິກຳ ໄປສູ່ຂະແໜງອຸດສາຫະກຳ ແລະ ການບໍລິການ ອັນເປັນຜົນມາຈາກນະໂຍບາຍສົ່ງເສີມການລົງ ທຶນຂອງລັດຖະບານ ແລະ ການສ້າງວຽກເຮັດງານທຳໃຫ້ແກ່ແຮງງານຈາກເຂດຊົນນະບົດ.