(ສພຊ) – ວັນທີ 4 ມີນາຜ່ານມາ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ນຳໂດຍທ່ານ ຮສ. ປອ. ວຽງວິໄລ ທ່ຽງຈັນໄຊ ຮອງປະທານກໍາມາທິການຍຸຕິທໍາ ໄດ້ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຊຸດທີ II ທີ່ພະແນກຍຸຕິທໍານະຄອນຫຼວງວຽງຈັນ; ໂດຍການຕ້ອນຮັບຂອງທ່ານ ພູທອນ ແກ້ວດວງມະນີ ຫົວໜ້າພະແນກຍຸຕິທໍາ ພ້ອມດ້ວຍຫົວໜ້າອົງການໄອຍະການປະຊາຊົນພາກກາງ, ຮັກສາການປະທານສານປະຊາຊົນພາກກາງ, ຫົວໜ້າອົງການໄອຍະການປະຊາຊົນ ນວ, ປະທານສານປະຊາຊົນ ນວ, ຫົວໜ້າກອງປະຕິບັດຄໍາຕັດສິນຂອງສານປະຈຳ ນວ ພ້ອມດ້ວຍບັນດາຄະນະນໍາ ແລະ ພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງ ເຂົ້າຮ່ວມຮັບຟັງ.
ການເຄື່ອນໄຫວພົບປະ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ໃນຄັ້ງນີ້ ຍັງໄດ້ຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີຂອງຜູ້ມີສິດເລືອກຕັ້ງ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ບັນດາບັນຫາພົ້ນເດັ່ນຕ່າງໆ ທີ່ຈະເປັນຂໍ້ມູນໃຫ້ແກ່ ສສຊ ແລະ ສສນວ ໄດ້ນໍາໄປຄົ້ນຄວ້າພິຈາລະນາ, ປະກອບຄໍາຄິດຄໍາເຫັນ ເຂົ້າໃນການພິຈາລະນາບັນຫາສໍາຄັນຕ່າງໆ ໃນກອງປະຊຸມສະໄໝສາມັນຂອງ ສພຊ ແລະ ສປນວ ຄັ້ງຕໍ່ໄປ.
(ແສງຈັນ)