ສສຊ ຊຸດທີ X ແລະ ສສຂ ຊຸດທີ V ວາງພວງມະລາ ແລະ ກະຕ່າດອກໄມ້ ຢູ່ສະຖານທີສໍາຄັນຂອງແຂວງ

ມ.ສ. 25, 2026

ໃນຕອນເຊົ້າວັນທີ 23 ເມສາ 2026 ນີ້ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ເຂດເລືອກຕັ້ງທີ 17 ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V. ນຳໂດຍ ສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ສສຊ ຊຸດທີ X ເຂດເລືອກຕັ້ງທີ 17  ພ້ອມດ້ວຍຄະນະ  ໄດ້ເຂົ້າວາງພວງມະລາ ແລະ ກະຕ່າດອກໄມ້ ທີ່ອະນຸສາວະລີນັກຮົບນິລະນາມດາວແດງ ແລະ ອະນຸສາວະລີ ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ V.

ທັງນີ້, ກໍເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍ່ຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ແລະ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູ ແລະ ຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກ ຂອງພັກ-ລັດ ແລະ ປວງຊົນລາວທັງຊາດ ທີ່ມີຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງ, ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາອັນແຮງກ້າຕະຫຼອດຮອດຊີວິດ ເພື່ອປະເທດຊາດ.

(ວິນັດ)