
ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະມາຊິກສະພາປະຊາຊົນແຂວງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ເພື່ອເປັນການໂຄສະນາ, ຜັນຂະຫຍາຍເນື້ອໃນສໍາຄັນຕ່າງໆ ທີ່ໄດ້ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງ ສພຊ ຊຸດທີ IX ແລະ ສພຂ ຊຸດທີ II, ລະຫວ່າງວັນທີ 29-31 ສິງຫາ 2023 ຜ່ານມານີ້, ທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ ແລະ ທ່ານ ນາງ ບົວພອນ ແກ້ວມະນີ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງນາໝໍ້ ໄດ້ພົບປະເຜີຍແຜ່ ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຊົນແຂວງ ຊຸດທີ II ຢູ່ທີ່ເມືອງນາໝໍ້, ແຂວງອຸດົມໄຊ. ການລົງເຜີຍແຜ່ໃນຄັ້ງນີ້ ລວມທັງໝົດໄດ້ 6 ຈຸດຄື: ບ້ານໂຮມໄຊ, ບ້ານຫ້ວຍອອນ, ບ້ານນາໝໍ້ໃຕ້, ບ້ານນໍ້າວຶນເໜືອ, ບ້ານນາທົ່ງ ແລະ ຫ້ອງວ່າການເມືອງນາໝໍ້ ມີຈໍານວນພົນລະເມືອງຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມທັງໝົດ 474 ຄົນ, ຍິງ 174 ຄົນ.





ໃນໂອກາດດັ່ງກ່າວ, ທ່ານ ຄໍາເຜີຍ ງອນວັນຄໍາ ໃນນາມຫົວໜ້າຄະນະທິມງານ ໄດ້ສະແດງຄວາມຊົມເຊີຍຕໍ່ອົງການປົກຄອງບ້ານ ແລະ ເມືອງ ຕໍ່ກັບການຈັດຕັ້ງປະຕິບັດໜ້າທີ່, ພ້ອມກັນສຸມໃສ່ເຫື່ອແຮງປະກອບສ່ວນເຂົ້າໃນການພັດທະນາບ້ານ, ພັດທະນາທ້ອງຖິ່ນຂອງຕົນ ເຮັດໃຫ້ບ້ານມີຄວາມສະຫງົບໂດຍພື້ນຖານ ປະຊາຊົນພາຍໃນບ້ານມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ; ພ້ອມດຽວກັນນັ້ນ, ທ່ານ ຍັງໄດ້ໃຫ້ທິດຊີ້ນໍາ, ໂອ້ລົມ ໃຫ້ແກ່ອົງການປົກຄອງບ້ານ ແລະ ເມືອງ ຕະຫລອດຮອດພໍ່ແມ່ປະຊາຊົນ ຈົ່ງພ້ອມກັນເພີ່ມທະວີຄວາມສາມັກຄີ ໃຫ້ເປັນຈິດໜຶ່ງໃຈດຽວ, ພ້ອມກັນຕ້ານບັນຫາປະກົດການຫຍໍ້ທໍ້ຕ່າງໆ, ການເຝົ້າລະວັງການລະບາດຂອງພະຍາດຕ່າງໆ ເຊັ່ນ: ພະຍາດໄຂ້ຍຸງ ແລະ ພະຍາດອື່ນໆ, ເສີມຂະຫຍາຍຮີດຄອງປະເພນີອັນດີງາມ, ສ້າງເສດຖະກິດໃນຄອບຄົວຂອງຕົນໃຫ້ເຂັ້ມແຂງ, ການປູກ-ການລ້ຽງໃຫ້ເປັນສິນຄ້າ ເພື່ອເຮັດໃຫ້ຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນໄປເລື້ອຍໆ.
