ສພຊ ເປີດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ IV

ຕ.ລ. 24, 2026

(ສພຊ) – ວັນທີ 23 ຕຸລານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ຈັດພິທີເປີດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ IV ໃຫ້ແກ່ສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງສະພາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ; ມີສະຫາຍ ສິງຄຳ ວົງພະຈັນ ກໍາມະການຄະນະພັກສະພາແຫ່ງຊາດ, ສະຫາຍ ສຸພາວະດີ ຫຼ້າຄຳສາຍ ຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ຕາງໜ້າຈາກບັນດາຮາກຖານພັກພາຍໃນອົງຄະນະພັກ ສພຊ, ຄະນະຮັບຜິດຊອບການຮຽນທິດສະດີການເມືອງ, ຄູ-ອາຈານຈາກ ສມປຊ ພ້ອມດ້ວຍນັກຮຽນທິດສະດີການເມືອງຂັ້ນຕົ້ນຊຸດນີ້ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງເປີດຮຽນທິດສະດີການເມືອງຂັ້ນຕົ້ນ ແມ່ນເພື່ອຍົກສູງຄວາມຮັບຮູ້ຄວາມເຂົ້າໃຈກ່ຽວກັບທິດສະດີການເມືອງ, ທິດສະດີ ມາກ-ເລນິນ, ພຶດຕິກຳຂອງພັກເຮົາໃນແຕ່ລະໄລຍະ ໃຫ້ແກ່ສະມາຊິກພັກ-ພະນັກງານພາຍໃນສະພາແຫ່ງຊາດ ເພື່ອສ້າງໃຫ້ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີທັດສະນະຫຼັກໝັ້ນການເມືອງ, ເສີມຂະຫຍາຍທັດສະນະປະຕິວັດໃຫ້ໜັກແໜ້ນຂຶ້ນຕື່ມ, ຍົກສູງຄວາມສາມາດໃນການວິເຄາະບັນຫາຢ່າງມີວິທະຍາສາດ ແລະ ມີຄວາມສາມາດໃນການນໍາໃຊ້ວິທີວິທະຍາໃນການນໍາພາ-ຄຸ້ມຄອງ, ວິທີການເຝິກຝົນຫຼໍ່ຫຼອມບຸກຄະລິກຂອງພະນັກງານນຳພາ-ຄຸ້ມຄອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະ ເທດຊາດໃນໄລຍະໃໝ່ ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ ແລະ ເພື່ອເຮັດໃຫ້ທິດສະດີການເມືອງ ອັນປະກອບດ້ວຍທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະ ປະຫວັດ ສາດຂອງພັກ, ຂອງຊາດ, ກົດລະບຽບພັກ, ແນວທາງນະໂຍບາຍຂອງພັກ ແລະ ລັດ ກາຍເປັນພື້ນຖານແນວຄິດ ແລະ ການກະທຳຂອງສະມາຊິກພັກ-ພະນັກງານ ສາມາດເຮັດໃຫ້ທຸກຄົນມີຄວາມຮັບຮູ້, ເຂົ້າໃຈ, ມີຄວາມເຊື່ອໝັ້ນ, ມີສະຕິຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດ, ຍົກລະດັບຄວາມຮູ້ກ່ຽວກັບທັດສະນະ, ນະໂຍບາຍຂອງພັກ-ລັດຢ່າງເລິກເຊິ່ງ, ມີຫຼັກໝັ້ນຢ່າງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດດີ, ມີຈິດໃຈຮັກຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ.

ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ມີຄໍາເຫັນໂອ້ລົມຕໍ່ຊຸດເຝິກອົບຮົມວ່າ ໂດຍຄວາມສຳຄັນ ແລະ ຈຳເປັນໃນການຈັດຊຸດຮຽນທິດສະດີການເມືອງນີ້ຂຶ້ນ ເພື່ອສ້າງໃຫ້ສະມາຊິກພັກ-ພະນັກງານ ມີຄວາມຮູ້ດ້ານທິດສະດີພື້ນຖານຂອງລັດທິ ມາກ-ເລນິນ, ມີທັດສະນະຫຼັກໝັ້ນການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສາມາດຮອງຮັບກັບໜ້າທີ່ການ ເມືອງໃນໄລຍະໃໝ່ຂອງເງື່ອນໄຂແຫ່ງການເຊື່ອມໂຍງກັບພາກພື້ນ ແລະ ສາກົນໃນປັດຈຸບັນ; ສະແດງຄວາມເຊື່ອໝັ້ນວ່າ ບັນດາສະຫາຍສະມາຊິກພັກ-ພະ ນັກງານ ທີ່ໄດ້ຮັບການເລືອກເຟັ້ນຈາກບັນດາຮາກຖານພັກຂອງສະພາແຫ່ງຊາດ ຈະພ້ອມກັນສຸມສະຕິປັນຍາ, ຍົກສູງຄວາມຮັບຜິດ ຊອບຂອງຕົນ ໃນການຮັບເອົາຄວາມຮູ້ນຳບັນດາຄູ-ອາຈານ, ມີການສົນທະນາຄົ້ນຄວ້າຢ່າງເລິກເຊິ່ງ ເພື່ອໃຫ້ເຂົ້າໃຈບັນດາເນື້ອໃນທີ່ມີໃນຫຼັກສູດການຮຽນຄັ້ງນີ້ ແລະ ເຊື່ອໝັ້ນວ່າພາຍຫຼັງຮຽນຈົບຊຸດຮຽນນີ້ແລ້ວ ບັນດາສະຫາຍສະມາຊິກພັກ, ພະນັກງານ ຈະສ້າງໃຫ້ມີການປ່ຽນແປງຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນ, ຍົກສູງຄຸນນະພາບ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ມີການປັບປຸງທັດສະນະຫຼັກໝັ້ນການເມືອງ, ແບບແຜນວິທີເຮັດວຽກ ແລະ ແບບແຜນການດຳລົງຊິວິດດີຂຶ້ນ, ສາມາດເປັນກຳລັງແຮງອັນເຂັ້ມແຂງໃຫ້ແກ່ຄະນະພັກ ກໍຄືສະພາແຫ່ງຊາດ ເຮັດສຳເລັດໜ້າທີ່ຂອງຕົນ.

(ນາງ ອາລິນ ສຸພິມມະປະດິດ)