
ທ່ານ ສີເວີນ ພວງພະຈັນ ຫົວໜ້າຂະແໜງ ລ້ຽງສັດ ແລະ ການປະມົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະ ກໍຄືຄະນະນຳເມືອງລະມາມ ແຂວງເຊ ກອງ ຍາມໃດກໍເອົາໃຈໃສ່ຊຸກຍູ້, ສົ່ງເສີມວຽກງານການປູກຝັງ-ລ້ຽງສັດ ຕິດພັນກັບມູນເຊື້ອດຸໝັ່ນຂະຫຍັນພຽນ ຂອງຊາວເຊກອງ ທີ່ເຄີຍເຮັດແບບກະແຈກກະຈາຍ ພໍກຸ້ມຢູ່ກຸ້ມກິນ, ພໍໃຜພໍລາວ, ພໍແຕ່ແກ້ໄຂຄວາມທຸກຍາກຂອງ ຄອບຄົວ ໃຫ້ກາຍເປັນການປູກຝັງ-ລ້ຽງສັດຂະໜາດໃຫຍ່ ເປັນສິນຄ້າຂາຍອອກ ເພື່ອຕອບສະໜອງດ້ານສະບຽງ ອາຫານໃຫ້ພຽງພໍ ກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ຢູ່ເມືອງລະມາມ ກໍຄືທົ່ວແຂວງເຊກອງ ແລະ ຕ່າງ ແຂວງ ປັນຍາຄູນຟາມ ເຊິ່ງເປັນຟາມ ຂອງບໍລິສັດ ການຄ້າ ຂາອອກ-ຂາເຂົ້າ ເມືອງລະມາມ ແຂວງເຊກອງ ຈຳກັດ ໂດຍໄດ້ຮັບການອະນຸຍາດໃຫ້ຟື້ນຟູ ພັດທະນາ ໃນວັນທີ 07 ມີນາ 2022 ຈົນຮອດປະຈຸບັນ.

ປະຈຸບັນສັດລ້ຽງໃນຟາມມີປະເພດໝູພັນຊີ້ນສາຍພັນລູກປະສົມ ລາດສະໄວ+ດູລ໋ອກ ເຊິ່ງໝູທີ່ນໍາມາລ້ຽງໃນປະຈຸບັນແມ່ນນໍາມາຈາກບໍລິສັດພາຍໃນປະເທດເປັນຜູ້ສະໜອງພັນໃຫ້, ສ່ວນອາຫານ ແລະ ເຕັກນິກການລ້ຽງໝູ ແມ່ນນໍາມາຈາກບໍລິສັດ ທີ່ມີປະສົບການ ພາຍໃນປະເທດ. ເຊິ່ງນັບແຕ່ ເດືອນເມສາ ຮອດປະຈະບັນສາມາດສະໜອງໝູອອກຈຳໜ່າຍພາຍໃນ ແລະ ຕ່າງແຂວງໄດ້ ທັງໝົດ 10,121 ໂຕ, ນ້ຳໜັກສະເລ່ຍ 100-130 kg, ຮັບປະກັນ ໄດ້ມາດຕະຖານ, ປອດສານເລັ່ງ, ໝູຢູ່ຟາມ ໄດ້ຮັບການດູແລຈາກວິຊາການຜູ້ຊ່ຽວຊານ ຕັ້ງແຕ່ນ້ອຍຈົນຮອດນ້ຳໜັກ ເຊິ່ງສາມາດປ້ອນຕະຫຼາດພາຍໃນແຂວງ ແລະ ຕ່າງແຂວງ.

ພ້ອມນີ້, ປັນຍາຄູນຟາມ ຍັງມີແຜນການຈະໄດ້ສືບຕໍ່ ແລະ ຂະຫຍາຍຟາມລ້ຽງໝູ ອອກຕື່ມອີກ 1 ຄອກ ຂະໜາດ 30×70 ແມັດ ສາມາດບັນຈຸລູກໝູໄດ້ 1,200 ໂຕ ເພື່ອສະໜອງດ້ານສະບຽງອາຫານ ພາຍໃນ ແລະ ຕ່າງແຂວງ ຄຽງຄູ່ກັບການຊຸກຍູ້ສົ່ງເສີມ ພາກລັດຕ້ອງໄດ້ ຄຸ້ມຄອງ ຕ້ອງສະກັດກັ້ນບໍ່ໃຫ້ຜູ້ປະກອບການ ແມ່ຄ້າຊາວຂາຍນຳ ໝູ ແລະ ສັດລ້ຽງທີ່ມີພາຍໃນແຂວງ ແລະ ຈາກຕ່າງແຂວງ ມາຈຳໜ່າຍໃນແຂວງ ເຊກອງ ເຊິ່ງປັນຍາຄູນຟາມ ສາມາດຜະລິດຮັບຮອງ ແລະ ຕອບສະໜອງດ້ານສະບຽງອາຫານໄດ້ທັງພາຍໃນແຂວງເຊກອງ ສົ່ງຂາຍຕ່າງແຂວງນໍາອີກ.
ທ່ານ ສີເວີນ ພວງພະຈັນ ກ່າວຕື່ມອີກວ່າ: ຍ້ອນເຫັນໄດ້ເຖິງຄວາມດຸໝັ່ນຂະຫຍັນພຽນ ອົດທົນຜ່ານຜ່າອຸປະສັກ ຄວາມຫຍຸ້ງຍາກ ແລະ ຄວາມຕັ້ງອົກຕັ້ງໃຈ ມັກຮັກໃນການລ້ຽງໝູ ເປັນຊີວິດຈິດໃຈ ຂອງຟາມໝູປັນຍາຄູນ ເຊິ່ງເປັນຟາມລ້ຽງໝູທີ່ພົ້ນເດັ່ນຢູ່ພາຍໃນເມືອງລະມາມ ແຂວງເຊກອງ ພວກເຮົາ ຈຶ່ງໄດ້ໃຫ້ຄວາມສຳຄັນເອົາໃຈໃສ່ ລົງມາໃກ້ຊິດຕິດແທດ ໃຫ້ການຊ່ວຍເຫຼືອແນະນຳ ທາງດ້ານວິຊາການ ໂດຍສະເພາະແມ່ນວິທີການລ້ຽງ ແລະ ການຫາຕະຫຼາດຈຳໜ່າຍໃຫ້ ເຊິ່ງກໍໄດ້ລາຄາຍຸຕິທຳ ທັງຜູ້ຊື້-ຜູ້ຂາຍ ໂດຍບໍ່ມີຝ່າຍໃດຖືກເອົາລັດເອົາປຽບ, ພິເສດ ເປັນຟາມທີ່ມີລະບົບການຈັດການບັນຫາມູນ (ຂີ້) ໝູ, ເປັດ, ໄກ່ ໄດ້ດີ.
#ໂດຍ: ນາລີວັນ.