ປຊຊ: ທ່ານ ນາງ ສີໃສ ລືເດດ ມູນສອນ ຮອງປະທານສະພາ ແຫ່ງຊາດ ໄດ້ຂຶ້ນລາຍງານ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈຳປີ 2019 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈຳປີ 2020 ຂອງສະພາແຫ່ງຊາດ ຕາມວາລະກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 5 ທັນວານີ້ ໂດຍມີທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ເປັນປະທານກອງປະຊຸມ. ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ກ່າວລາຍງານບາງເນື້ອໃນສຳຄັນວ່າ: ດ້ານນິຕິບັນຍັດ ໄດ້ສຳເລັດການຮຽບຮຽງບັນດາກົດໝາຍທີ່ໄດ້ຮັບຮອງຢູ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ຈຳນວນ 10 ສະບັບ; ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍທີ່ສະ ເໜີ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ 8 ສະບັບ ເທົ່າກັບ 61,53% ໃນຈຳນວນ 13 ສະບັບ ຂອງແຜນການສ້າງ ແລະ ປັບປຸງ ກົດໝາຍ ປະຈຳປີ 2019; ອອກ ມະຕິສະບັບເລກທີ 81/ຄປຈ ລົງວັນທີ 15/5/2019 ວ່າດ້ວຍການຕີລາຄາຄວາມໝາຍມາດຕາ 35 ຂໍ້ 2 ຂອງກົດໝາຍ ວ່າດ້ວຍສ່ວຍສາອາກອນ; ໃຫ້ສັດ ຕະຍາບັນແກ່ສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ ຕາມການສະເໜີຂອງລັດ ຖະບານ 7 ສະບັບ. ດ້ານການຕົກລົງບັນຫາສຳຄັນຂອງຊາດ ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາບັນຫາສຳຄັນຕ່າງໆທັງໝົດ 114 ບັນຫາ ແລະ ຮັບຮອງເປັນມະຕິຂອງຄະນະປະຈຳສະພາແຫ່ງຊາດ 50 ສະບັບ, ໃນນີ້ ມະຕິວຽກງານລັດຖະບານ 6 ສະບັບ, ມະຕິວຽກງານອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ 33 ສະບັບ, ມະຕິວຽກງານອົງການກວດສອບແຫ່ງລັດ 4 ສະບັບ ແລະ ມະຕິວຽກງານສະພາແຫ່ງຊາດ 7 ສະບັບ, ໄດ້ປະກອບຄຳເຫັນຕໍ່ຮ່າງລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ເພື່ອມອບໃຫ້ພາກສ່ວນກ່ຽວຂ້ອງນຳໄປປັບປຸງ. ດ້ານການຕິດຕາມກວດກາ ໄດ້ເອົາໃຈໃສ່ຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ແລະ ມະຕິກອງປະຊຸມສະໄໝສາມັນເທື່ອທີ 6 ແລະ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII; ເອົາໃຈໃສ່ກວດກາ, ຄົ້ນຄວ້າ ແລະ ພິຈາລະນາຄຳ ຮ້ອງຂໍຄວາມເປັນທຳຂອງປະ ຊາຊົນ ມາຮອດເດືອນຕຸລາປະ ຕິບັດໄດ້ 392 ເລື່ອງ ເທົ່າກັບ 47,57% ຂອງຄຳຮ້ອງທັງໝົດ 824 ເລື່ອງ; ຕ້ອນຮັບ ແລະ ໃຫ້ຄຳປຶກສາແກ່ປະຊາຊົນກ່ຽວ ກັບຄຳຮ້ອງຂໍຄວາມເປັນທຳ ຈຳນວນ 220 ຄັ້ງ; ໄດ້ສັງລວມ ຄຳເຫັນຂອງສັງຄົມຜ່ານໂທ ລະສັບສາຍດ່ວນກອງປະຊຸມສະພາແຫ່ງຊາດ ສົ່ງໃຫ້ບັນດາ ອົງການລັດທີ່ກ່ຽວຂ້ອງຄົ້ນ ຄວ້າ, ພິຈາລະນາແກ້ໄຂຕາມລະບຽບການ. ດ້ານການສ້າງຄວາມເຂັ້ມແຂງໃຫ້ສະພາແຫ່ງຊາດໄດ້ສຳເລັດການສ້າງນິຕິກຳ ເພື່ອເປັນບ່ອນອີງໃຫ້ແກ່ການປະສານງານລະຫວ່າງສະ ພາແຫ່ງຊາດກັບພາກສ່ວນຕ່າງໆ ຈຳນວນ 2 ສະບັບ; ຈັດສຳມະນາ ແລະ ຝຶກອົບຮົມໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ເສ ນາທິການ ຈຳນວນ 36 ຄັ້ງ, ໃນນີ້ ສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ 9 ຄັ້ງ; ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ- ລັດຖະກອນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ 27 ຄັ້ງ; ລົງຕິດຕາມຊຸກຍູ້ ແລະ ເກັບກຳຂໍ້ມູນຂອງຄະນະເລຂາທິການສະພາແຫ່ງຊາດ, ຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງ ແລະ ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ຢູ່ທ້ອງຖິ່ນ ຈຳນວນ 8 ຄະນະ; ດຳເນີນການກໍ່ສ້າງພື້ນຖານໂຄງລ່າງຈຳນວນ 11 ແຂວງ ກໍຄືການກໍ່ສ້າງຕຶກສະ ພາຫຼັງໃໝ່ ແລະ ກໍ່ສ້າງຕຶກສະ ພາປະຊາຊົນຂັ້ນແຂວງໃນນີ້ ພວມດຳເນີນການກໍ່ສ້າງຢູ່ນະ ຄອນຫຼວງວຽງຈັນ ແລະ ແຂວງໄຊຍະບູລີ, ພວມສືບຕໍ່ດຳເນີນການຕໍ່ເຕີມ ຢູ່ແຂວງບໍ່ແກ້ວ ແລະ ພວມສຳຫຼວດ-ອອກແບບອີກ 8 ແຂວງ. ດ້ານການ ເຄື່ອນໄຫວຂອງຄະນະສະມາ ຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງໄດ້ສ້າງເງື່ອນໄຂໃຫ້ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງໄດ້ພົບປະ ແລະ ເຜີຍແຜ່ຜົນກອງປະຊຸມສະໄໝສາມັນເທື່ອທີ 6 ແລະ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ I ໃຫ້ປະຊາຊົນບັນດາເຜົ່າໄດ້ຈຳ ນວນ 2.605 ຈຸດ, ມີຜູ້ເຂົ້າຮ່ວມ ທັງໝົດຈຳນວນ 373.889 ຄົນ, ຍິງ 171.370 ຄົນ, ສະມາ ຊິກສະພາແຫ່ງຊາດໄດ້ເປັນເຈົ້າການລະດົມທຶນຮອນ ແລະ ວັດ ຖຸສິ່ງຂອງມອບໃຫ້ອົງການປົກ ຄອງທ້ອງຖິ່ນ ເພື່ອຊ່ວຍເຫຼືອປະຊາຊົນ ລວມມູນຄ່າ 2.497 ລ້ານກວ່າກີບ. ດ້ານການພົວ ພັນກັບອົງການອື່ນຂອງລັດ ໄດ້ປະສານສົມທົບກັບອົງການ ຈັດຕັ້ງພັກ-ລັດ ຈັດຕັ້ງປະຕິບັດ ບັນດາວຽກງານສຳຄັນຕາມ ກົດ ໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ດ້ານການເຄື່ອນໄຫວວຽກງານຕ່າງປະເທດໄດ້ສຳ ເລັດການເຄື່ອນໄຫວວຽກງານ ຕ່າງປະເທດ 112 ຄັ້ງ, ໃນນີ້ ການພົວພັນສອງຝ່າຍ, ຢ້ຽມ ຢາມ, ແລກປ່ຽນບົດຮຽນກັບບັນ ດາປະເທດເພື່ອນມິດ, ຕ້ອນ ຮັບບັນດາຄະນະຜູ້ແທນຈາກຕ່າງປະເທດ ລວມທັງທູຕານຸທູດ ແລະ ອົງການຈັດຕັ້ງສາກົນ 76 ຄັ້ງ; ການພົວພັນຫຼາຍຝ່າຍໄດ້ເຂົ້າຮ່ວມກອງປະຊຸມລະດັບຕ່າງໆ 36 ຄັ້ງ ແລະ ໄດ້ເປັນເຈົ້າພາບກອງປະ ຊຸມສຳມະນາຮ່ວມກັບບັນດາປະເທດ 5 ຄັ້ງ. ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຂຶ້ນປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2019 ແລະ ແຜນ ການເຄື່ອນໄຫວວຽກງານປະ ຈຳປີ 2020 ຂອງສະພາແຫ່ງຊາດ ວ່າ: ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2019 ຂອງສະພາແຫ່ງຊາດມີຜົນສຳເລັດຫຼາຍດ້ານທີ່ພົ້ນເດັ່ນ, ແຕ່ຍັງມີບາງຂໍ້ຄົງຂ້າງທີ່ເປັນຫາງສຽງສະເໜີໃຫ້ສະພາແຫ່ງຊາດໄດ້ປະສານສົມທົບ ທັງຊຸກຍູ້ພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂ ເປັນຕົ້ນແມ່ນກົດໝາຍທີ່ສະພາໄດ້ຮັບຮອງລວມທັງກົດໝາຍສ້າງໃໝ່ ແລະ ກົດໝາຍສະບັບປັບປຸງ ມີທັງໝົດ 145 ສະບັບ ແຕ່ການໂຄສະນາ, ເຜີຍແຜ່ກົດໝາຍຂອງພາກສ່ວນກ່ຽວ ຂ້ອງ ເພື່ອເຮັດໃຫ້ທຸກຄົນໃນສັງຄົມມີຄວາມຮັບຮູ້ເຂົ້າໃຈ, ມີສະຕິເຄົາລົບ, ປະຕິບັດກົດໝາຍ ແມ່ນຍັງບໍ່ທັນກວ້າງຂວາງ. ການສ້າງ ແລະ ຮັບຮອງເອົານິຕິກຳລຸ່ມກົດໝາຍຢູ່ຂັ້ນກະຊວງ – ອົງການປົກຄອງທ້ອງຖິ່ນຂອງແຂວງ ຈຳນວນໜຶ່ງຍັງຊັກຊ້າບໍ່ທັນສະພາບການ ຫຼື ບໍ່ໄດ້ປະຕິບັດ. ການຕິດຕາມກວດກາແກ້ໄຂຜົນການກວດກາຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ເມື່ອມີການກວດສອບ – ກວດກາ ພົບເຫັນບັນຫາແລ້ວ ແຕ່ການແກ້ໄຂຍັງບໍ່ເດັດຂາດ, ກໍລະນີມີການປະຕິບັດວິໄນ ກໍບໍ່ທັນສົມເຫດສົມຜົນ, ບໍ່ທັນຊັດເຈນ. ພາຍຫຼັງທີ່ ທ່ານ ປະທານກອງປະຊຸມໄດ້ໃຫ້ຄຳເຈາະຈີ້ມ ແລະ ທິດຊີ້ນຳໃນການຄົ້ນຄ້ວາປະກອບຄຳຄິດຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2019 ແລະ ແຜນ ການເຄື່ອນໄຫວວຽກງານປະ ຈຳປີ 2020 ຂອງສະພາແຫ່ງຊາດ, ບັນດາທ່ານ ສສຊ ກໍໄດ້ສຸມທຸກສະຕິປັນຍາ, ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ເພື່ອໃຫ້ບົດລາຍງານດັ່ງກ່າວ ມີເນື້ອໃນລະອຽດຖີ່ຖ້ວນສົມ ບູນ ແລະ ເຮັດໃຫ້ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2020 ຂອງສະພາແຫ່ງຊາດ ອຸດົມສົມບູນ, ຮອບດ້ານ ແລະ ພາວະວິໄສຖືກຕ້ອງກັບ ສະພາບການຕົວຈິງຂອງປະ ເທດເຮົາ.
ສພຊ ມີຜົນສຳເລັດຫຼາຍດ້ານໃນການປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປິ 2019
