(ສພຊ) ວັນທີ 1 ທັນວາ 2021 ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫລືອຈາກສະພາແຫ່ງຊາດ ເຊິ່ງນໍາໂດຍທ່ານ ບຸນລ້ອມ ແກ້ວບົວໂຮມ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ທັງເປັນຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ທ່ານ ສິງ ຄຳ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ມອບເຄື່ອງເພື່ອປະກອບສ່ວນຊ່ວຍເຫລືອໃຫ້ 2 ພາກສ່ວນຄື: ໂຮງໝໍມິດຕະພາບ ແລະ ສູນພັດທະນາຜູ້ເສຍອົງຄະ 489 ບ້ານຂຸດສາມບາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 46 ປີ ແລະເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19.

