loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສພຂ ໄຊຍະບູລີ ຈະຮັບຮອງຫຼາຍບັນຫາສໍາຄັນ

ທ.ວ. 25, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ (ສພຂ) ໄຊຍະບູລີ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 25 ທັນວານີ້ ທີ່ຫ້ອງປະຊຸມໃຫຍ່ໂຮງຮຽນທິດສະດີການເມືອງການປົກຄອງແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ເຂົ້າຮ່ວມມີທ່ານ ພົທ. ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆໄຊຍະບູລີ, ບັນດາທ່ານສະມາຊິກສະພາແຫ່ງ ຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 7 ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ), ຄະນະປະຈໍາ ແລະ ກໍາມະການພັກແຂວງ, ອະດີດການນໍາຂອງແຂວງ ແລະ ສສຊ ປະຈໍາເຂດເລືອກຕັ້ງ, ນັກປະຕິວັດອາວຸໂສ-ບໍານານ, ຜູ້ຊົງຄຸນວຸດທິ, ຕາງໜ້າອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ນາຍບ້ານເທດສະບານ, ນັກທຸລະກິດ, ຜູ້ປະກອບການພາຍໃນແຂວງ ແລະ ແຂກຖືກເຊີນ.
ກອງປະຊຸມຈະໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນຂອງແຂວງ ຄື: ບົດລາຍງານຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ບົດລາຍງານຂອງອົງການກວດສອບປະຈໍາພາກເໜືອ 1 ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກ ງານປະຈຳປີ 2024 ແລະ ແຜນການປະຈຳປີ 2025, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງປະຈຳປີ 2023; ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ແຜນການປະຈຳປີ 2025, ບົດລາຍງານຜົນການກວດກາຕາມຜົນການກວດສອບປີ 2022; ບົດລາຍ ງານຂອງພະແນກພາຍໃນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສາມສ້າງ (ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ); ບົດລາຍງານຂອງກອງບັນຊາການ ປກສ ແຂວງ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ; ບົດລາຍງານຂອງສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານປະຈຳປີ 2024 ແລະ ແຜນການປະຈຳປີ 2025; ຄົ້ນຄວ້າ, ພິຈາລະນາການປັບປຸງຂ້ໍຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ທີ່ດິນກະສິກໍາ (ສະບັບປັບປຸງ). ນອກນັ້ນ, ຍັງຈະໄດ້ຮັບຟັງບົດປະກອບຄໍາເຫັນຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ການເຄື່ອນໄຫວວຽກງານຂອງ ສພຂ ; ການປະກອບຄໍາເຫັນຂອງຄະນະປະຈໍາ ສພຂ, ຄະນະ ສສຊ ປະຈໍາເຂດເລືອກຕັ້ງ ຕໍ່ບັນດາບົດລາຍງານຂອງອົງການຈັດຕັ້ງລັດຂັ້ນແຂວງ; ການຊີ້ແຈງເພີ່ມຕື່ມຈາກທ່ານເຈົ້າແຂວງ ແລະ ບັນດາພະແນກການ, ກົມກອງ, ພາກສ່ວນກ່ຽວຂ້ອງ ຕໍ່ຄໍາຊັກຖາມຂອງ ສສຊ ແລະ ສສຂ.
ກອງປະຊຸມຄັ້ງນີ້ ຈະດຳເນີນໄປຈົນເຖິງວັນທີ 28 ທັນວາ 2024.
(ນາງ ອາລິນ ສຸພິມມະປະດິດ)