ສພຂ ເປີດກອງປະຊຸມປຶກສາຫາລື ກ່ຽວກັບການກະກຽມໃສ່ກອງປະຊຸມສະໄໝສາມັນ ເທື່ອທີ 06 ຂອງສະພາປະຊາຊົນແຂວງ ຊຸດທີ II

ພ.ຈ. 8, 2023

ເພື່ອກະກຽມໃຫ້ມີຄວາມພ້ອມຮອບດ້ານ ໃສ່ກອງປະຊຸມສະໄໝສາມັນ ເທື່ອທີ 06 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນຕອນເຊົ້າວັນທີ 08 ພະຈິກ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືໂດຍ ການເປັນປະທານຂອງ ທ່ານ ນາງ ພູທອນ ແກ້ວພູວົງ ຮອງປະທານ ສະພາປະຊາຊົນແຂວງ, ບັນດາທ່ານໃນຄະນະປະຈຳສະພາປະຊາຊົນແຂວງ ພ້ອມດ້ວຍບັນດາທ່ານ ຮອງປະທານຄະນະກຳມະການ, ຮອງເລຂາທິການ, ມີຫົວໜ້າ, ຮອງຫົວໜ້າຂະແໝງ ພ້ອມທັງ ພະນັກງານ-ວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ. 
ກອງປະຊຸມໄດ້ຮັບຟັງການລາຍງານສະພາບການກະກຽມຄວາມພ້ອມຈາກ 03 ຄະນະກໍາມະການ ແລະ ຄະນະເລຂາທິການ, ປຶກສາຫາລື ກ່ຽວກັບແຜນການເຄື່ອນໄຫວ ຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2023 ຂອງສະພາປະຊາຊົນແຂວງ ຈາກຄະນະຮັບຜິດຊອບໂຄງການ, ພ້ອມນີ້ກໍ່ໄດ້ປຶກສາຫາລື ກ່ຽວກັບການວັນເວລາທີ່ຈະເປີດກອງປະຊຸມຮ່ວມກັບອົງການປົກຄອງແຂວງຕື່ມອີກ.
ຈາກນັ້ນ ປະທານກອງປະຊຸມກໍ່ໄດ້ມີຄໍາເຫັນແລກປ່ຽນຕໍ່ກອງປະຊຸມ ພ້ອມທັງເປີດໂອກາດໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມປະກອບຄໍາຄິດຄໍາເຫັນ, ແລກປ່ຽນເຊິ່ງກັນແລະ ກັນ ເພື່ອໃຫ້ກອງປະຊຸມດັ່ງກ່າວປະສົບຜົນສໍາເລັດຢ່າງຈົບງາມ.