ຕອນເຊົ້າ ວັນທີ 4 ກໍລະກົດ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມກະກຽມເນື້ອໃນ ແລະ ຄວາມພ້ອມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງຫົວພັນ ຊຸດທີ II ໂດຍການເປັນປະທານ ຂອງທ່ານ ສົມສັກ ດອນຈານິດ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີບັນດາທ່ານຄະນະກໍາມະການ, ເລຂາທິການ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການເຂົ້າຮ່ວມທັງໝົດ.![]()
![](https://na.gov.la/wp-content/uploads/2023/07/IMG_6657-300x200.jpg)
ກອງປະຊຸມໄດ້ຮັບຟັງການຜ່ານມະຕິ ວ່າດ້ວຍ ການແບ່ງຄວາມຮັບຜິດຊອບ, ມະຕິວ່າດ້ວຍ ການແຕ່ງຕັ້ງກອງເລຂາ ແລະ ແຜນການກະກຽມດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ II ຈາກ ທ່ານ ນາງ ນິດພວງສີ ວັນນະວົງ ຫົວໜ້າຂະແໜງຄົ້ນຄວ້າສັງລວມ – ຂໍ້ມູນຂ່າວສານ ສະພາປະຊາຊົນແຂວງ. ຈາກນັ້ນປະທານກອງປະຊຸມໄດ້ມີຄໍາເຫັນຊີ້ນໍາ ແລະ ເຈາະຈີ້ມ ເພື່ອເປັນບ່ອນອີງໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ເພື່ອແນ່ໃສ່ມະຕິດັ່ງກ່າວນຳໄປຈັດຕັ້ງປະຕິບັດ ໃຫ້ສອດຄ່ອງກັບສະພາບຕົວຈິ່ງ, ພ້ອມທັງສາມາດຈັດຕັ້ງປະຕິບັດໃຫ້ສໍາເລັດຕາມລະດັບຄາດ ໝາຍທີ່ວາງໄວ້.![]()
![](https://na.gov.la/wp-content/uploads/2023/07/IMG_6651-300x200.jpg)
ພາບ ແລະ ຂ່າວ ສພຂ ຫົວພັນ